spot_img
Homeຂ່າວການສຶກສາເອັດຊີຈີຈະມອບທຶນການສຶກສາໃຫ້ນັກຮຽນ 100 ທຶນຢູ່ແຂວງຄໍາມ່ວນ

ເອັດຊີຈີຈະມອບທຶນການສຶກສາໃຫ້ນັກຮຽນ 100 ທຶນຢູ່ແຂວງຄໍາມ່ວນ

Published on

ໃນວັນທີ 06 ກັນຍາ 2016 ນີ້ ທີ່ແຂວງຄໍາມ່ວນ, ບໍລິສັດເອັດຊີຈີ (SCG) ໄດ້ປະກາດວ່າຈະມອບທຶນການສຶກສາໃຫ້ແກ່ນັກຮຽນ ທີ່ ແຂວງຄຳມ່ວນ ຈຳນວນ 100 ທຶນ ໃນລະດັບຊັ້ນມັດທະຍົມປາຍ (ມໍ5-ມໍ7) ຢູ່ 4 ຕົວເມືອງຄື: ທ່າແຂກ, ມະຫາໄຊ, ຍົມມະລາດ ແລະ ໜອງບົກ.

ໂຄງການແບ່ງປັນຄວາມຝັນກັບ SCG ຫລື (SCG Sharing the Dream) ແມ່ນໂຄງການ ມອບທຶນຊຸກຍູ້ການສຶກສາ ໃຫ້ແກ່ນັກຮຽນ ຊັ້ນມັດທະຍົມປາຍ ຜູ້ທີ່ມີຄວາມຫຍຸ້ງຍາກ ດ້ານເສດຖະກິດ ແລະ ຂາດເຂີນ ແຕ່ມີຈຸດປະສົງຢາກຮຽນໃຫ້ສຳເລັດ ຂັ້ນມັດທະຍົມປາຍ ແລະ ສືບຕໍ່ຮຽນ ໃນລະດັບສູງຂຶ້ນ ພາຍໃຕ້ເງື່ອນມີຄຸນສົມບັດດີ, ປະກອບສ່ວນກິດຈະກຳ ຂອງໂຮງຮຽນ ແລະ ສັງຄົມ, ມີຄວາມກະຕັນຍູ, ມີຄວາມຫ້າວຫັນ ຊ່ວຍເຫລືອເສດຖະກິດຄອບຄົວ. ໃນປີ2014 ໂຄງການແມ່ນໄດ້ມອບທຶນດັ່ງກ່າວ ໃຫ້ກັບນ້ອງນັກຮຽນ ແຂວງຄຳມ່ວນ ຈຳນວນ 50 ທຶນ, ປີ2015 ຈຳນວນ 80 ທຶນ ໄດ້ຈັດຕັ້ງປະຕິບັດ ມາແລ້ວ ສ່ວນໃນປີ 2016 ນີ້ທາງໂຄງການຈະເພີ່ມເປັນ 100 ທຶນ.

ໃນວັນດຽວກັນນັ້ນຍັງ ໄດ້ເຜີຍແຜຄວາມຮູ້ ຂັ້ນຕອນການການສະໝັກ ຂຽນແບບຟອມ ເພື່ອໃຫ້ອຳນວຍຄວາມສະດວກ ໃຫ້ແຕ່ລະໂຮງຮຽນ ໃຫ້ກັບບັນດາອາຈານ ນຳໄປເຜີຍແຜ່ ໂດຍມີທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ, ທ່ານ ນາງ ສຸຣະພີວີຣະວົງສ໌ ຫົວໜ້າຫ້ອງການ ສະມາຄົມຮ່ວມນ້ຳໃຈ ກັບເດັກນ້ອຍລາວ ຜູ້ປະສານງານບໍລິສັດ SCG ແລະ ອຳນວຍການແຕ່ລະໂຮງຮຽນເຂົ້າຮ່ວມ.

ຂ່າວ-ພາບໂດຍ: ກອງຄຳ, 0009, 0024 (ສຳນັກຂ່າສານປະເທດລາວ)

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...