spot_img
Homeຄົນຈົມນ້ຳເຫດເດັກນ້ອຍຈົມນ້ຳເສຍຊີວິດ ຢູ່ບ້ານໜອງດາ

ເຫດເດັກນ້ອຍຈົມນ້ຳເສຍຊີວິດ ຢູ່ບ້ານໜອງດາ

Published on

ໃນວັນຈັນ ທີ 22/05/2023 ຜ່ານມາ, ເວາລາ 12:30 ໂມງວ່າມີເດັກນ້ອຍຈົມນ້ຳຢູ່ທີ່ ບ້ານຫນອງດາ ເມືອງສີໂຄດ ນະຄອນຫລວງ ນາງແພວາ ອາຍຸ13 ປີ ແລະ ນາງ ປູ ອາຍຸ12 ປີ ນັກຮຽນມໍ1 ແລະ ມໍ2 ໂຮງຮຽນ ມສ ເກົ້າຫລ້ຽວ ທັງສອງຢູ່ບ້ານໂນນຂີ້ເຫລັກ ຈົມນ້ຳຂອງສູນຫາຍ ທີ່ທ່າບ້ານຫນອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽຈັນ.

ຈາກການບອກເລົ່າຜູ້ເຫັນເຫດການ ໃນເວລາ 12 ໂມງໄດ້ມີເດັກນ້ອຍ 5 ຄົນລົງຫຼິ້ນແຄມນ້ຳຂອງ 2 ຄົນຢ່າງເທີງຝັ່ງ ອີກ 3 ຄົນຍິງ2, ຊາຍ1 ຢ່າງລົງໄປນ້ຳຂອງ ຫ່າງຈາກຝັ່ງປະມານ 5 ແມັດ, ເຊີ່ງຈຸດດັ່ງກ່າວເປັນບ່ອນທີ່ມີການຊຳປະທານດູດຊາຍທີ່ຜ່ານມາ ຈີ່ງມີຈຸດຕື້ນແລະຈຸດເລີກ ເຊີ່ງນ້ອງແພວາ ຫມື່ນລົງຈຸດເລີກປະມານ 5-6 ແມັດ ແລະ ນ້ອງລອຍນ້ຳບໍ່ເປັນ ເມື່ອນ້ອງປູເຫັນຫມູ່ໄຫລໄປນຳນ້ຳເລີຍລອຍໄປຊ່ວຍເພາະນ້ອງລອຍນ້ຳເປັນ ແຕ່ບໍ່ແຂງປານໃດ ແຕ່ດ້ວຍຄວາມຮັກຫມູ່ຈື່ງລອຍໄປຊ່ວຍ ພ້ອມທັງເດັກຊາຍກໍ່ລອຍໄປຊ່ວຍເຊັ່ນດຽວກັນ ແຕ່ບໍ່ສາມາດຊ່ວຍກັນໄດ້ ທັງສອງນ້ອງ ແພວາ ແລະ ນ້ອງປູ ຈົມນຳສູນຫາຍ ໃນຂະນະດຽວມີແມ່ປາເຮັດສວນຢູ່ແຖວນັ້ນເຫັນເຫດການ ຈຶ່ງມາຊ່ວຍ ເຊີ່ງຊ່ວຍໄດ້ແຕ່ເດັກຜູ້ຊາຍ ເພາະຈຸດດັ່ງກ່າວມີຄວາມເລີກແລະ ນ້ຳໄຫຼວົນ.

ປະຈຸບັນໄດ້ພົບສົບຂອງນ້ອງທັງສອງແລ້ວ, ດັ່ງນັ້ນທາງເຈົ້າໜ້າທີ່ທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ທີມຄົນຫາໃຕ້ນ້ຳ ຈຶ່ງໄດ້ນຳເອົາຮ່າງຂອງນ້ອງຂຶ້ນມານຳສົ່ງມອບໃຫ້ທາງພີ່ນ້ອງເພື່ອເຮັດພິທີສົ່ງດວງວິນຍານຕາມທາງສາສະໜາ
ດັ່ງນັ້ນ ທາງທີມງານຄົ້ນຫາໃຕ້ນ້ຳ ແລະ ທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ.
ແຫຼ່ງຂ່າວ:ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...