spot_img
Homeຂ່າວຕ່າງປະເທດເຫດລະເບີດ ທີ່ສະໜາມບິນ​ນາໆຊາດ ແລະ ສະ​ຖາ​ນີລົດ​ໄຟ​ໃຕ້​ດິນ ໃນນະຄອນຫຼວງ Brussels

ເຫດລະເບີດ ທີ່ສະໜາມບິນ​ນາໆຊາດ ແລະ ສະ​ຖາ​ນີລົດ​ໄຟ​ໃຕ້​ດິນ ໃນນະຄອນຫຼວງ Brussels

Published on

897

1384094_485649098305542_8578493826469981938_n

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ບຣັດເຊລ ປະເທດ ເບລຢຽມ ເມື່ອວັນທີ 22 ມີນາ ທີ່ຜ່ານມາວ່າ ເກີດເຫດລະເບີດຮຸນແຮງ 2 ຄັ້ງ ໃກ້ກັບເຄົາເຕີ້ເຊັກອິນ ຂອງສາຍການບິນ ອາເມລິກັນ ແອຣ໌ໄລສ໌ ພາຍໃນບໍລິເວນຜູ້ໂດຍສານຂາອອກຂອງສະໜາມບິນນານາຊາດ ຊາເວນເທມ ໃນນະຄອນບຣັດເຊລ ເມື່ອຕອນເຊົ້າຂອງວັນອັງຄານຕາມເວລາທ້ອງຖິ່ນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ສົບ ແລະ ໄດ້ຮັບບາດເຈັບຫຼາຍກ່ວາ 64 ຄົນ.

ໃນເວລາໃກ້ຄຽງກັນກໍ່ມີເຫດລະເບີດເກີດຂຶ້ນ​ທີ່ສະຖານີ​ລົດ​ໄຟ​ໃຕ້​ດິນ ມາລບີດ ​ໃກ້​ກັບ​ທີ່ຕັ້ງສຳນັກງານ​ໃຫຍ່​ຂອງ​ສະຫະພາບ​ຢູ​ໂຣບ (ອີຢູ) ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 20ຄົນ ບາດເຈັບ 106 ຄົນ ໂດຍ 17ຄົນໃນຈຳນວນນີ້ມີອາການບາດເຈັບໜັກ ດ້ານຄະນະກຳມະທິການຢຸໂຣບ (ອີຊີ) ໄດ້ສັ່ງປິດສຳນັກງານຂອງອີຢູຢ່າງບໍ່ມີກຳນົດ ໂດຍຫ້າມບຸກຄົນເຂົ້າອອກຈົນກ່ວາຈະມີຄຳສັ່ງປ່ຽນແປງ ຕໍ່ມາລັດຖະບານເບລຢຽມສັ່ງປິດລະບົບການຂົນສົ່ງທາງບົກທັງໝົດໃນນະຄອນບຣັດເຊລ ບໍ່ວ່າຈະເປັນລົດປະຈຳທາງ ລົດໄຟ ແລະ ລົດໃຕ້ດິນ ພ້ອມທັງສັ່ງໃຫ້ປະຊາຊົນໃນເມືອງຫຼວງຢູ່ແຕ່ພາຍໃນເຮືອນ ແລະ ໄດ້ເພີ່ມກຳລັງທະຫານອອກຮັກສາຄວາມປອດໄພ ແລະ ຕັ້ງສູນປະສານງານໃນເຫດການສຸກເສີນເພື່ອຕິດຕາມສະພາບເຫດການຢ່າງໃກ້ຊິດ.

https://youtu.be/TIDqwP0UssQ

 

 

ແຫລ່ງຂ່າວຈາກ: ເວັບໄຊ໌ ເດລີນີວສ໌.ຄອມ

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...