ເຫດລະເບີດໂຈມຕີເຂດສະຖານທູດໃນນະຄອນຫຼວງກາບູນ

ສຳນັກຂ່າວຣອຍເຕີ ແລະ ເອເອຟພີລາຍງານວ່າ ເມື່ອວັນທີ 31 ພຶດສະພາ 2017 ເກີດເຫດລະເບີດຮຸນແຮງໃນນະຄອນກາບູນ ເມືອງຫຼວງຂອງອັຟການິສະຖານ ບໍລິເວນໃກ້ກັບທຳນຽບປະທານາທິບໍດີ ທີ່ຕັ້ງຂອງສະຖານທູດຕ່າງຊາດ ແລະ ສຳນັກງານຂອງໜ່ວຍງານລັດຖະບານແຫ່ງໜຶ່ງ ສົ່ງຜົນໃຫ້ມີຜູ່ເສຍຊີວິດຢ່າງໜ້ອຍ 80 ຄົນ ບາດເຈັບອີກຈຳນວນຫຼາຍກວ່າ 350 ຄົນ

ບາຊີຣ໌ ມູຮາຈິດ ໂຄສົກຕຳຫຼວດນະຄອນຫຼວງກາບູນເປີດເຜີຍວ່າ ເຫດລະເບີດໂຈມຕີໃນເທື່ອນີ້ນັບວ່າເປັນໜຶ່ງໃນຄັ້ງທີ່ຮຸນແຮງທີ່ສຸດໃນນະຄອນຫຼວງຄາບລູ ໂດຍເປັນການວາງລະເບີດບໍລິເວນໃກ້ກັບປ້ອມຍາມໜ້າສະຖານທູດເຢຍລະມັນ ເຊິ່ງມີສະຖານທີ່ສຳຄັນອື່ນໆ ຫຼາຍແຫ່ງຕັ້ງຢູ່ບໍລິເວນໃກ້ຄຽງ.

ປັດຈຸບັນຍັງບໍ່ສາມາດລະບຸໄດ້ຊັດເຈນວ່າ ເປົ້າໝາຍທີ່ແທ້ຈິງຂອງການໂຈມຕີນັ້ນຈະຢູ່ບ່ອນໃດ ເຊິ່ງຕາມແຫລ່ງຂ່າວລະບຸວ່າ ສະຖານທູດຈີນ ແລະ ສະຖານທູດຝຣັ່ງໄດ້ຮັບຄວາມເສຍຫາຍຈາກເຫດການຄັ້ງນີ້ພ້ອມ ເຖິງແນວໃດກໍ່ຕາມຍັງບໍ່ມີລາຍງານຂ່າວວ່າ ມີເຈົ້າໜ້າທີ່ສະຖານທູດຕ່າງຊາດໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ດ້ານທ່ານ ນາຈິບ ດານິຊ ໂຄສົກກະຊວງປ້ອງກັນຄວາມສະຫງົບອັຟການິສະຖານເປີດເຜີຍວ່າ ເຫດລະເບີດໄດ້ເກີດຂຶ້ນເມື່ອເວລາປະມານ 08.25 ນາທີ ຕາມເວລາທ້ອງຖິ່ນ ເຊິ່ງເປັນເວລາຮີບດ່ວນຂອງຜູ່ຄົນ ໂດຍບາງແຫລ່ງຂ່າວລະບຸວ່າລະເບີດຖືກເຊື່ອງໄວ້ຢູ່ໃນລົດບັນທຸກນ້ຳ ທັງນີ້ຍັງບໍ່ມີກຸ່ມໃດອອກມາອ້າງຕົວວ່າເປັນຜູ່ລົງມືກໍ່ເຫດໃນຄັ້ງນີ້ເທື່ອ.

https://youtu.be/0Uo2U603cCM

ວິດີໂອຈາກ: Breaking News TV