spot_img
Homeຄົນເສຍຊີວິດເຫດຟ້າຜ່າຄົນເສຍຊີວິດ ທີ່ແຂວງອຸດົມໄຊ

ເຫດຟ້າຜ່າຄົນເສຍຊີວິດ ທີ່ແຂວງອຸດົມໄຊ

Published on

ອີງຕາມ ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ລາຍງານໃນວັນທີ 7 ມິຖຸນາ 2023 ຜ່ານມານີ້ວ່າ: ເຈົ້າໜ້າທີ່ກູ້ໄພໄດ້ຮັບແຈ້ງເຫດຟ້າຜ່າ ເວລາ 16:35 ນາທີ ທີ່ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ ເມື່ອເຖິງຈຸດເກີດເຫດພົບວ່າມີ ຜູ້ບາດເຈັບ 2 ຄົນ, ໃນເວລາຕໍ່ມາຈຶ່ງພົບຕື່ມອີກວ່າມີຜູ້ເສຍຊີວິດ 1 ຄົນຈາກເຫດການດັ່ງກ່າວ.

1. ຜູ້ບາດເຈັບ1: ເພດຊາຍ ອາຍຸ 35ປີ ໂດຍມີອາການປວດຕົນໂຕເບື້ອງຂວາ.
2. ຜູ້ບາດເຈັບ2: ເພດຊາຍ ອາຍຸ 16ປີ ມີອາການເຈັບຂາເບື້ອງຂວາ.
3. ຜູ້ເສຍຊີວິດ: ເພດຍິງ ອາຍຸ 38ປີ (ຜູ້ເປັນເມຍ ແລະ ແມ່ ຂອງຜູ້ບາດເຈັບ).
ຈາກການບອກເລົ່າຂອງຜູ້ເປັນຜົວຂອງຜູ້ເສຍຊີວິດໄດ້ເລົ່າວ່າ: ໃນຕອນແລງປະມານ 15:00 ນາທີ ຂອງວັນທີ 7 ມິຖຸນາ ທັງ 3 ຄົນແມ່ນໄດ້ໄປໄຮ່ຕາມປົກກະຕິ ແລ້ວເກີດມີຝົນຕົກ ຈຶ່ງໄດ້ພາກັນເຂົ້າໄປລົບຝົນຢູ່ທີ່ຖຽງໄຮ່ດັ່ງກ່າວ ເວລາຕໍ່ມາຈຶ່ງເກີດມີຟ້າຜ່າລົງກາງຖຽງເຮັດໃຫ້ຜູ້ເປັນເມຍເສຍຊີວິດລົງ.

Cr. ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...