spot_img
Homeຂ່າວພາຍ​ໃນເຫດຜູ້ໃຫຍ່ລັກເຂົ້າໜົມທີ່ ເມືອງຄຳເກີດ ແຂວງບໍລິຄຳໄຊ

ເຫດຜູ້ໃຫຍ່ລັກເຂົ້າໜົມທີ່ ເມືອງຄຳເກີດ ແຂວງບໍລິຄຳໄຊ

Published on

ພາຍຫຼັງທີ່ໄດ້ມີເຫດການເດັກນ້ອຍລັກເຂົ້າໜົມ ແລ້ວຖືກມັດກັບລົດຈັກທີ່ບ້ານ​ພູ​ຫົວ​ຊ້າງ​ ເມືອງ​ອານຸ​ວົງ​ ແຂວງໄຊສົມບູນ ໃນວັນທີ 6 ມີນາ 2023 ສັງຄົມອອນລາຍກໍຕ່າງເຂົ້າມາຊ່ວຍເຫຼືອ ເດັກນ້ອຍ ແລະ ຄອຍຄົວ ດ້ວຍການບໍລິຈາກເງິນຈຳນວນຫຼາຍ ແລະ ເຂົ້າໜົມໃຫ້ກັບເດັກ.

ຕໍ່ມາໃນວັນທີ 11 ມີນາ 2023 ກໍໄດ້ມີເຫດການຜູ້ໃຫຍ່ລັກເຂົ້າໜົມ ທີ່ຕະຫຼາດຫຼັກ20 ເມືອງຄຳເກີດ ແຂວງບໍລິຄຳໄຊ ແຕ່ໜີບໍ່ລອດ ຖືກເຈົ້າຂອງເຂົ້າໜົມຈັບມັດຕິດກັບເສົາປ້າຍ ໂດຍຜູ້ໂພສວິດີໂອຜູ້ໃຫຍ່ລັກເຂົ້າໜົມນັ້ນໄດ້ໂພສວ່າ:  “ໂອຍ ຫຼ້າສຸດ ຄົນໃຫ່ຍລັກເຂົ້າໜົມເອວເຊ່ບາດນີ້, CEO ທັງຫລາຍວ່າຈັ່ງໃດງານນີ້ ເຈ້ວຽງພັກຜ່ອນໄດ້”.

ພາຍຫຼັງທີ່ເຫດການດັ່ງກ່າວໄດ້ເກີດຂຶ້ນສັງຄົມອອນລາຍຕັ້ງຄຳຖາມວ່າ “ນີ້ແມ່ນການຮຽນແບບ ເພື່ອຮຽກຮ້ອງການຊ່ວຍເຫຼືອຈາກສັງຄົມ ຫຼື ບໍ່”.

ແລະກໍມີບາງຄົນໄດ້ໃຫ້ຄຳເຫັນວ່າ ນີ້ເປັນສົ່ງເສີມແນວທີ່ຜິດໆ ຜູ້ໃຫ່ຍກໍເຮັດຕາມເພື່ອຫວັງໄດ້ເງີນຊ່ວຍເຫຼືອຄືເດັກນ້ອຍຄົນດັ່ງກ່າວ.

ນອກນີ້ກໍຍັງມີອີກຫຼາຍໆຄຳເຫັນ ທີ່ສະແດງໃນແນວທາງດຽວກັນນີ້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...