spot_img
Homeຂ່າວພາຍ​ໃນເສືອໃຫຍ່ ສໍຄຸນລາວົງ "ລາວ ປະທະກັບ ໄທ" ບຸນມາກ ເພັດອາສິຣະ ໃນລາຍການ ແມ໋ກມວຍໄທ

ເສືອໃຫຍ່ ສໍຄຸນລາວົງ “ລາວ ປະທະກັບ ໄທ” ບຸນມາກ ເພັດອາສິຣະ ໃນລາຍການ ແມ໋ກມວຍໄທ

Published on

ລາຍການ ແມ໋ກມວຍໄທ ວັນອາທິດ ທີ 4 ກັນຍາ 2016 ນີ້, ເສືອໃຫຍ່ ສໍຄຸນລາວົງ ນັກມວຍ ລາວ ຈະຂື້ນຊົກກັບ ບຸນມາກ ເພັດອາສິຣະ ນັກມວຍຊາວໄທ ໃນຮຸ່ນ ນໍ້າໜັກ 62 ກິໂລ, ຊົກເປັນຄູ່ທີ 6 ທີ່ສະໜາມມວຍ ແມ໋ກສະເຕດ່ຽມ ພັດທະຢາ, ຊ່ອງ 8 ຖ່າຍທອດສົດ ເວລາ 19 ໂມງ 20 ນາທີ ເປັນຕົ້ນໄປ.

ບຸນມາກ ເພັດອາສິຣະ ນັກຊົກຍອດນິຍົມ ຂອງແຟນມວຍ ຊາວໄທ, ເປັນມວຍປະເພດ ອາວຸດຮຸນແຮງ, ໂດຍສະເພາະແມ່ນ ການນຳໃຊ້ ສອກ ພ້ອມທີ່ຈະນ໋ອກ ຄູ່ຕໍ່ສູ້ໄດ້ ທຸກສະຖານະການ, ແຕ່ ເສືອໃຫຍ່ ສໍຄຸນລາວົງ ກໍ່ບໍ່ໄດ້ເປັນຮອງ ເລື່ອງການອອກອາວຸດ,  ເສືອໃຫຍ່ ເປັນມວຍປະເພດ ມັດດີ, ມີປະສົບການ ຜ່ານສັງວຽນ ການຊົກມວຍມາ ຫຼາຍຄັ້ງພໍສົມຄວນ ແລະ ເຄີຍນ໋ອກຄູ່ຕໍ່ສູ້ ດ້ວຍມັດມາແລ້ວ ຫຼາຍຄັ້ງ. ສຳລັບຄັ້ງນີ້ ລອງມາລຸ້ນນຳກັນວ່າ  ພາຍໃນ ສາມຍົກ ເສືອໃຫຍ່ ຫຼື ບຸນມາກ ຈະເປັນຜູ້ຊະນະ ໃນລາຍການນີ້.

 

 

ຂ່າວຈາກ: http://laosportnews.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...