ເສດຖະກິດ ອາເມລິກາລາຕິນ ຂະຫຍາຍຕົວຫລຸດລົງ

400 RTXY9OL-628x330

ຂປລ. ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ10​ ມັງກອນ 2016, ເຈົ້າໜ້າທ່ີ ທະນາຄານ ​ໂລກ ຄາດ​ຄະ​ເນວ່າ : ​ເສດຖະກິດ ຂອງ ​ກຸ່ມປະ​ເທດ ອາ​ເມ​ລິ​ກາ ລາ​ຕິນ ​ແລະ ກາຣາອິບ ຈະຂະຫຍາຍຕົວ​ ຫລຸດ​ລົງ ​ໃນ​ປີ 2016 ເນື່ອງຈາກວ່າ ໃນປີ 2015 ກວມເອົາ 0,9% , ເປັນຕົວເລກ ຕ່ຳສຸດ ໃນບັນດາ ປະເທດ ຕະຫລາດ ເກີດໃໝ່. ນອກຈາກນັ້ນ, ຍັງເຕືອນ ປະເທດນີ້ ໃຫ້ເອົາໃຈໃສ່ ກ່ຽວກັບ ພາວະ ການປ່ຽນແປງ ດ້ານການເງິນ, ລາຄາ ວັດຖຸດິບ, ໄພພິບັດ ທຳມະຊາດ ແລະ ອື່ນໆ./.

ແຫ່ລງຂ່າວ

ຂປລ