Homeມູມໄອທີລາວເປີດໂຕ Xiaomi Redmi 3 ສະມາດໂຟນລະດັບລຸ່ມສຸດກຸ້ມຄ່າ

ເປີດໂຕ Xiaomi Redmi 3 ສະມາດໂຟນລະດັບລຸ່ມສຸດກຸ້ມຄ່າ

Published on

image

ເປີດໂຕຢ່າງເປັນທາງການແລ້ວສຳລັບໂທລະສັບມືຖື Xiaomi Redmi 3 ເຊິ່ງຫາກ່ອນເປີດໂຕໄປເມື່ອຕອນເຊົ້າວັນຈັນຢູ່ປະເທດຈີນນີ້ເອງ ສຳລັບຈຸດພິເສດຂອງສະມາດໂຟນລຸ້ນດັ່ງກ່າວກໍຄືຢູ່ທີ່ການອອກແບບແລະສະເປັກຖືວ່າຈັດມາເຕັມໃນລາຄາທີ່ແສນຈະກຸ້ມຄ່າເລີຍກໍເວົ້າໄດ້

image

ສຳລັບສະເປັກຂອງ Xiaomi Redmi 3 ມີດັ່ງນີ້:
– ໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 720 x 1280 (HD)
– ໃຊ້ງານຊິບປະມວນຜົນ Snapdragon 616, ດ້ວຍຊິບປະມວນກາຣບຟິກ Adreno 405
– ROM 16 GB ເພີ່ມ MicroSD ໄດ້ສູງສຸດ 128 GB
– RAM 2GB
– ກ້ອງຫຼັງ 13 ລ້ານພິກເຊວ, ຮູຮັບແສງ f/2.0 ແລະ PDAF, ສາມາດໂຟກັດໄດ້ໄວເຖິງ 0.1 ວິນາທີ.
– ກ້ອງໜ້າ 5 ລ້ານພິກເຊວ
– ແບັດເຕີຣີ 4100mAh ຮອງຮັັບຄວາມສາມາດສາກໄວ 5V/2A
– ໂຕເຄື່ອງມີຂະໜາດທີ່ໜາປະມານ 8.5 ມິນລີແມັດ ແລະໜັກປະມານ 144 ກຣາມ

image

ສຳລັບສະມາດໂຟນ Xiaomi Redmi 3 ຈະມີ 3 ສີໃຫ້ເລືອກໄດ້ແກ່: ສີຂາວ,ສີເທົາ ແລະສີທອງ. ລາຄາຂອງໂຕເຄື່ອງແມ່ນ 699 ຢວນ (865.000 ກີບ) ສາມາດສັ່່ງຊື້ໄດ້ຈາກເວັບໄຊ Mi.com ຫຼື Tmall.com

ສຸດທ້າຍນີ້ຂໍປິດຂ່າວໄປພ້ອມກັບຮູບຖ່າຍຈາກກ້ອງຫຼັງຂອງສະມາດໂຟນ Xiaomi Redmi 3 ເລີຍ

image

image

image

image

ທີ່ມາ:1,2

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...