ເສດຖະກິດຣັດເຊຍ ຫລຸດລົງ 4,6% ຈາກລາຄານ້ຳມັນລົງ ແລະ ການຂວ້ຳບາດຂອງຊາດຕາເວັນຕົກ!

400vvb

ຂປລ. ຕາມ​ຂ່າວສານ​ຫວຽດນາມ, ວັນ​ທີ 10 ​ເ​ດືອນສິງຫາ, ​ເຈົ້າໜ້າ​ທ່ີ​ ອົງການ​ສະ​ຖິຕິຣັດ​ເຊຍ ​ໃຫ້​ຮູ້​ວ່າ ​ໃນ​ໄຕ​ມາດ 2 ​ເສດຖະກິດ​ ຣັດ​ເຊຍ ຊຸດ​ໂຊມ​ລົງ ຂະນະ​ດຽວ​ກັນ​ນັ້ນ ລ​ວມຜະລິດ ​ຕະພັນ​ພາຍ​ໃນ(GDP) ຫລຸດລົງ 4,6% ​ເມື່ອ​ທຽບ​ໃສ່​ ໄລຍະ​ດຽວ​ກັນ ​​ໃນ​ປີ​ກາຍ  ຍ້ອນ​​ໄດ້ ​ຮັບ​ຜົນ​ກະທົບ​ຈາກ ສະພາບ​ ລາ​ຄາ​ນ້ຳມັນ ຫລຸດ​ລົງ ​ແລະ ມາດ​ຕະການ ​ລົງ​​ໂທດ ​ເສດຖະກິດ ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ນີ້​ຖື​ວ່າ​ເປັນ​ ການ​ຫລຸດ​ລົງ ​ຢ່າ​ງຫລວງຫລາຍ ນັບ​​ແຕ່​ປີ 2009.

ບັນດາ ​ເຈົ້າໜ້າ​ທ່ີ ຣັດ​ເຊຍ ກ່າວ​ວ່າ ວິ​ກິດ​ການ ​ເສດຖະກິດ​ ປະ​ເທດ​ນີ້ ​ໄດ້​ຫລຸດ​ລົງ ​ຕ່ຳສຸດ. ​ເຖິງ​ແມ່ນ​ວ່າ ລາຄາ ​ນ້ຳ​​ມັນ ​ໃນ​ໂລກ ​ສືບ​ຕໍ່​ຫລຸດ​ລົງ ​​ເປັນ​ເວລາ​ ດົນ​ນານ  ​ສົ່ງ​ຜົນ​ກະທົບ​ຕໍ່ ມູນ​ຄ່າ​ສະກຸນ​ເງິນຣຸບ ຂອງ​ຣັດ​ເຊຍ ​ໃນ​ຊຸ​ມ​ເດືອນ ​ຜ່ານ​ມາ. ກອງ​ທຶນ​ ເງິນ​ຕາ ​ສາກົນ(IMF) ​ລາ​ຍງາ​ນວ່າ, ບັນດາ​ ມາດຕະການ​ ລົງ​ໂທດ ຂອງ​ຝ່າຍ ຕາ​ເວັນ​ຕົກຕໍ່ ຣັ​ເຊຍ ມີ​ສ່ວນ​ ກ່ຽວຂ້ອງ​ເຖິງ ​ວິ​ກິດ​ການ ຢູ່​ອູ​ແກຣນ ອາດ​ຈະ​ສ້າງ ​ຜົນ​ເສຍ​ຫາຍ​ ເຖິງ 9% GDP ຂອງ​ຣັດ​ເຊຍ.

ນອກຈາກ​ນັ້ນ, IMF ຄາດຄະ​ເນ​ວ່າ GDP ຂອງ​ຣັດ​ເຊຍ ຈະ​ເພີ່ມ​ຂຶ້ນ 0,2% ​ໃນ​ປິ 2016 ພາຍ​ຫລັງ​ ຫລຸດ​ລົງ 3,4% ​ໃນ​ປີ​ນີ້. ຄາດວ່າ ອັດຕາ​ເງິນ​ເຟີ້​ ຂອງຣັດ​ເຊຍ ໃນທ້າຍປີນີ້  ຈະ​ຢູ່​ໃນ​ ລະດັບ 12% ແລະ ຈະຫລຸດລົງເຫລືອ 8% ໃນທ້າຍປີໜ້າ.

 

ຂອບໃຈຂ່າວຈາກ:

ຂປລ