spot_img
Homeຂ່າວພາຍ​ໃນເສດຖະກິດນະຄອນຫລວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ການເກັບລາຍຮັບບັນລຸຫຼາຍກວ່າ 50%

ເສດຖະກິດນະຄອນຫລວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ການເກັບລາຍຮັບບັນລຸຫຼາຍກວ່າ 50%

Published on

ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫລວງວຽງຈັນ (ນວ) ຄັ້ງທີ 6 ສະໄໝທີ IV ໄດ້ຈັດຂຶ້ນລະຫວ່າງວັນທີ 3-6 ຕຸລາ 2016 ທີ່ສຳນັກງານປົກຄອງ ນວ ໂດຍເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ມີບັນດາຮອງເລຂາຄະນະພັກ ຄະນະປະຈຳພັກ ຄະນະພັກ ແລະ ພະນັກງານຫຼັກແຫ່ລງອ້ອມຂ້າງ ນວ ເຂົ້າຮ່ວມ.
ສະຫາຍ ແກ້ວພິລາວັນ ອາໄພລາດ ຮອງເລຂາຄະນະພັກ ຮອງເຈົ້າຄອງ ນວ ຜູ້ຮັບຜິດຊອບວຽກງານເສດຖະກິດ ໄດ້ຂຶ້ນສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ສຳລັບສົກປີ 2015-2016 ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ສຳລັບປີ 2017 ແລະ ໂຄງການວຽກງານລົງທຶນ 5 ປີ (2016-2020) ຂອງ ນວ ເຊິ່ງເຫັນວ່າສະພາບໂດຍລວມຢູ່ ນວ ໃນ 9 ເດືອນຜ່ານມາ ເສດຖະກິດມະຫາພາກ ມີສະຖຽນລະພາບທີ່ດີໂດຍພື້ນຖານ ສະຫງົບ ແລະ ໝັ້ນທ່ຽງພໍສົມຄວນ ເສດຖະກິດຍັງສືບຕໍ່ຂະຫຍາຍຕົວດີຂຶ້ນ ສະພາບສັງຄົມມີຄວາມສະຫງົບປອດໄພ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ຄາດຄະເນວ່າໝົດສົກປີ 2015-2016 ເສດຖະກິດ ນວ ຈະຂະຫຍາຍຕົວໃນລະດັບ 10,92% (ແຜນການວາງໄວ້ 11%) ຈະສ້າງມູນຄ່າເພີ່ມລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ປະມານ 37.447 ຕື້ກີບ ສະເລ່ຍຕໍ່ຫົວຄົນບັນລຸໄດ້ 4.784 ໂດລາສະຫະລັດ ຫຼື ປະມານ 38 ລ້ານກີບ ໃນນັ້ນ ກະສິກຳເພີ່ມຂຶ້ນ 6,54% ອຸດສາຫະກຳເພີ່ມຂຶ້ນ 13,76% ແລະ ການບໍລິການເພີ່ມຂຶ້ນ 10,08% ການເກັບລາຍຮັບເຂົ້າງົບປະມານ 9 ເດືອນ ປະຕິບັດໄດ້ 584,57 ຕື້ກີບ ເທົ່າກັບ 54,68% ໃນນັ້ນ ສູນກາງເກັບໄດ້ 5,34 ຕື້ກີບ ແລະ ນວ ຈັດເກັບໄດ້ 579,23 ຕື້ກີບ ລາຍຈ່າຍປະຕິບັດ 449,74 ຕື້ກີບ ເທົ່າກັບ 72,55% ຂອງແຜນການປີ ສະພາບການລົງທຶນທົ່ວສັງຄົມປະຕິບັດໄດ້ 24.557,15 ຕື້ກີບ ການລົງທຶນຂອງລັດສາມາດປະຕິບັດໄດ້ 661 ໂຄງການ ມູນຄ່າ 135.492,07 ລ້ານກີບ ປະຕິບັດໄດ້ 99,26% ຂອງແຜນການ ນອກຈາກຂົງເຂດເສດຖະກິດແລ້ວ ຂົງເຂດອື່ນໆກໍ່ສາມາດຍາດໄດ້ຜົນງານອັນພົ້ນເດັ່ນຫລາຍດ້ານເຊັ່ນດຽວກັນ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...