spot_img
Homeຂ່າວພາຍ​ໃນ"ເວນເກີຣ໌" ເມີນຮັບງານລີກຈີນ ເຫດຍັງຍາກຄຸມທີມຢຸໂຣບຕໍ່

“ເວນເກີຣ໌” ເມີນຮັບງານລີກຈີນ ເຫດຍັງຍາກຄຸມທີມຢຸໂຣບຕໍ່

Published on

ເວັບໄຊຂ່າວສົດ ລາຍງານເມື່ອວັນທີ 23 ກຸມພາ 2017 ວ່າ ອາຣແຊນ ເວນເກີຣ ຜູ້ຈັດການທີມ “ປືນໃຫຍ່” ອາຣເຊນອລ ປະຕິເສດຂໍ້ສະເໜີງານຄຸມສະໂມສອນໃນລີກຈີນ.

ເງິນບໍ່ແມ່ນທຸກຢ່າງ ສຳລັບ ອາຣແຊນ ເວນເກີຣ ຜູ້ຈັດການທີມ “ປືນໃຫຍ່” ອາຣເຊນອລ ແຫ່ງພຣີເມຍລີກ ອັງກິດ ຫຼັງປະຕິເສດຂໍ້ສະເໜີງານຄຸມສະໂມສອນໃນລີກຈີນ ເນື່ອງຈາກຍັງຕ້ອງການຮັບງານກັບຍັກໃຫຍ່ໃນຢຸໂຣບເທົ່ານັ້ນ.

ຜູ້ຈັດການທີມຊາວຝຣັ່ງໄວອາຍຸ 67 ປີ ເວນເກີຣ ໄດ້ຄຸມທີມອາຣເຊນອລ ມາດົນກວ່າ 20 ປີ ຕົກເປັນປະເດັນວ່າອາດເຖິງຄາວສິ້ນສຸດເສັ້ນທາງກັບສະໂມສອນແຫ່ງນີ້ ເນື່ອງຈາກແຟນບານເລີ່ມບໍ່ພໍໃຈທີ່ທີມຮັກບໍ່ໄດ້ແຊັມລີກມາດົນ ແລະ ຕົວເວນເກີຣເອງກໍ່ຈະໝົດສັນຍາກັບ “ປືນໃຫຍ່” ເມື່ອລະດູການນີ້ແລ້ວ

ເຖິງແມ່ນວ່າ ເວນເກີຣ ຈະຂໍເວລາຈົນຮອດເດືອນ ມີນາ ຫຼື ເມສາ ເພື່ອຕັດສິນໃຈອານາຄົດຂອງຕົນເອງ ແຕ່ລາຍງານລະບຸວ່າ ຜູ້ຈັດການທີມຄົນນີ້ຈະບໍ່ຢ້າຍໄປຮັບເງິນກ້ອນໃຫຍ່ໃນລີກແດນມັງກອນແນ່ນອນ ເນື່ອງຈາກມີຄວາມມຸ່ງໝັ້ນເຮັດທີມໃນລີກຍັກໃຫຍ່ຂອງ ຢຸໂຣບຫຼາຍກວ່າ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...