spot_img
Homeຂ່າວເຫດການເລີ່ມທາບທາມຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ

ເລີ່ມທາບທາມຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ

Published on

ຂປລ. ​ໃນວັນທີ ສິງຫານີ້, ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມ ວຽກງານຄົ້ນຄວ້າ ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ, ຊຶ່ງມີບັນດາແຂກຖືກເຊີນຈາກກະຊວງ-ອົງການຈັດຕັ້ງຂັ້ນຕ່າງໆ ອ້ອມຂ້າງສູນກາງກະຊວງການເງິນ ໄດ້ຈັດກອງ ປະຊຸມທາບທາມ ຕໍ່ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດບາງແຂວງພາກກາງ ຕະຫລອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

​ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການລະດົມຄວາມຄິດເຫັນຈາກບັນດາກະຊວງອົງການທຽບເທົ່າແຂວງນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງໃສ່ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ແນໃສ່ເຮັດໃຫ້ຮ່າງດຳລັດດັ່ງກ່າວ ມີຄວາມເປັນເອກະພາບຮັບປະກັນມີ ເນື້ອໃນຄົບຖ້ວນຊັດເຈນ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສປປ ລາວ ທັງເປັນບ່ອນອີງ ດ້ານນິຕິກຳ ທີ່ໜັກແໜ້ນໃຫ້ແກ່ການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ໃຫ້ມີຄວາມຮັດກຸມຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ຊຶ່ງຜ່ານກອງປະຊຸມທາບທາມຄັ້ງນີ້ ຄະນະຮັບຜິດຊອບ ຈະໄດ້ສືບຕໍ່ປັບປຸງຮ່າງດຳລັດສະບັບນີ້ ເພື່ອໃຫ້ສາມາດນຳເຂົ້າຜ່ານກອງປະຊຸມລັດຖະບານທີ່ຈະມາເຖິງນີ້.

 

ແຫລ່ງຂ່າວ: ຂປລ

 

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...