spot_img
Homeຂ່າວພາຍ​ໃນເລສເຕີຣ ສັ່ງປົດ "ຣານິເອຣີ່" ຈາກຕຳແໜ່ງຜູ້ຈັດການທີມ

ເລສເຕີຣ ສັ່ງປົດ “ຣານິເອຣີ່” ຈາກຕຳແໜ່ງຜູ້ຈັດການທີມ

Published on

ເວັບໄຊ ຂ່າວສົດ ລາຍງານເມື່ອວັນທີ 24 ກຸມພາ 2017 ວ່າ. ທີມ “ໝາຈິ້ງຈອກ” ເລສເຕີຣ ຊີຕີ້ ປະກາດປົດ “ເຄລາດິໂອ ຣານິເອຣີ່ ເຮດ” ຄູຝຶກຊາວອິຕາລຽນ ພົ້ນຈາກຕຳແໜ່ງຜູ້ຈັດການທີມເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກທີ່ໄລຍະຫຼັງມານີ້ຜົນຂອງການແຂ່ງຂັນຖົດຖອຍຫຼົງຫຼາຍ ເສຍເຖິງ 5 ເກມຕິດຕໍ່ກັນ ແລະ ມີຄວາມສ່ຽງຕໍ່ການຕົກຊັ້ນ ເມື່ອປັດຈຸບັນຍັງຢູ່ໃນອັນດັບທີ 17 ຂອງຕາຕະລາງ ແລະ ມີແຕ້ມຫຼາຍກວ່າທີມໃນໂຊນຕົກຊັ້ນພຽງ 1 ຄະແນນເທົ່ານັ້ນ.

ຣານິເອຣີ່ ເຄີຍສ້າງປະຫວັດສາດອັນຍິ່ງໃຫຍ່ໂດຍການພາທີມ ເລສເຕີຣ ຊີຕີ້ ຄ້ວາແຊັມພຣີເມຍລີກ ສະໄໝທຳອິດມາຄອງໄດ້ສຳເລັດ ເມື່ອລະດູການທີ່ຜ່ານມາ ແຕ່ເລື່ອງດັ່ງກ່າວບໍ່ສາມາດຊ່ວຍໃຫ້ເຂົາລອດຕົວຈາກການຖືກປົດໄດ້ ເນື່ອງຈາກຜົນງານໃນປີນີ້ຕົກຕ່ຳເກີນໄປ

ໂດຍຖະແຫຼງການຂອງສະໂມສອນລະບຸວ່າ: “ຄະນະຜູ້ບໍລິຫານໃຫຍ່ຮູ້ສຶກບໍ່ພໍໃຈທີ່ຕ້ອງມີການປ່ຽນແປງຜູ້ນຳ ແລະ ຍອມຮັບວ່າເປັນເລື່ອງທີ່ເຈັບປວດ ແຕ່ເຖິງຢ່າງໃດກໍ່ຕ້ອງຈຳເປັນທີ່ຕ້ອງປ່ຽນເພື່ອທີມໃນຕອນນີ້”

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...