ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈະເດີນທາງເຂົ້າຮ່ວມ ກອງປະຊຸມເຈລະຈາສັນຕິພາບມຽນມາ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ສິງຫານີ້ວ່າ ທ່ານ ບັນກີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈະເດີນທາງເຂົ້າຮ່ວມກອງປະຊຸມ ເຈລະຈາສັນຕິພາບມຽນມາ ຊຶ່ງຈະເລີ່ມຂຶ້ນໃນວັນທີ 31 ສິງຫານີ້ ທີ່ນະຄອນຫລວງເນປີດໍ ຕາມຄຳເຊີນຂອງລັດຖະບານມຽນມາ.

ກອງປະຊຸມເຈລະຈາສັນຕິພາບມຽນມາຄັ້ງນີ້ ຖືກເອີ້ນຊີ່ຢ່າງເປັນທາງການວ່າ ກອງປະຊຸມປາງຫລວງ ສະຕະວັດທີ 21 ຊຶ່ງການເດີນທາງເຂົ້າມຮ່ວມ ຂອງທ່ານ ບັນກີມູນ ໃນເທື່ອນີ້ ຈະມາໃນຖານະຕົວແທນຂອງ ອົງການສະຫະປະຊາຊາດ ແລະ ທັງເປັນການເດີນທາງຢ້ຽມຢາມ ປະເທດມຽນມາ ຄັ້ງທຳອິດຂອງທ່ານ ພາຍຫລັງທີ່ລັດຖະບານ ພາຍໃຕ້ການນຳຂອງພັກ NLD ຂອງທ່ານນາງ ອອງຊານຊູຈີ ເຂົ້າບໍລິຫານປະເທດນີ້.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!