Homeຊີວິດແລະຄວາມຮັກສິ່ງທີ່ເມຍ ຕ້ອງການຈາກຜູ້ເປັນຜົວຫຼາຍທີ່ສຸດ

ສິ່ງທີ່ເມຍ ຕ້ອງການຈາກຜູ້ເປັນຜົວຫຼາຍທີ່ສຸດ

Published on

ຖ້າຢາກໃຫ້ຊີວິດຄູ້ຍືນຍາວ ມີຄວາມສຸກ ຜູ້ເປັນຜົວກໍ່ຕ້ອງຟັງ, ຍອມຮັບ ໃນສິ່ງທີ່ເມຍຮ້ອງຂໍ ໃນຄໍລຳ ຊີວິດ ກັບ ຄວາມຮັກ ເຮົາເຄີຍນຳສະເໜີ ຫົວຂໍ້ທີ່ເວົ້າກ່ຽວກັບ ສິ່ງທີ່ຜົວປາດຖະໜາຈາກເມຍໄປແລ້ວ ວັນນີ້ເຮົາຈະມານຳສະເໜີ ສິ່ງທີ່ເມຍ ຕ້ອງການຈາກຜູ້ເປັນຜົວຫຼາຍທີ່ສຸດ ສິ່ງນັ້ນກໍ່ບໍ່ໄດ້ໝາຍຄວາມວ່າຈະຕ້ອງແມ່ນເງິນທອງພຽງຢ່າງດຽວ ທີ່ສຳຄັນແມ່ນຄວາມອົບອຸ່ນທາງໃຈ

1) ຢ່າຂົ່ມເຫງເມຍ, ຮ້າຍເມຍ, ຕີເມຍ ເພາະເມຍບໍ່ແມ່ນທາດ

2) ຈົ່ງຮັກເມຍ, ໃຫ້ກຽດເມຍຢ່າງສະເໝີຕົ້ນສະເໝີປາຍ

3) ຢ່າຍ້ອງຄົນອື່ນງາມ ຫຼື ດີ ກວ່າເມຍຈົນເກີນໄປ

4) ຟັງຄວາມເມຍແນ່ໃນບາງເລື່ອງທີ່ເມຍບອກ

5) ດູແລເອົາໃຈໃສ່ເມຍໃຫ້ມີຄວາມສຸກກາຍ, ສຸກໃຈ

6) ໃຫ້ໂອກາດເມຍໄດ້ອອກຄຳຄິດເຫັນ ແລະ ຊ່ວຍຕັດສິນໃຈ

7) ຢ່ານອກໃຈເມຍ ຮັກເມຍດ້ວຍຄວາມສື່ສັດ

8) ດຸໝັ່ນຫາຢູ່ຫາກິນ ຢ່າເປັນຄົນຂີ້ຄ້ານ

9) ຢູ່ຄຽງຂ້າງແລະ ໃຫ້ການຊ່ວຍເຫຼືອເມຍ

10) ແບ່ງເບົາພາລະວຽກເຮືອນຊ່ວຍເມຍໃນບາງວຽກ ເຊັ່ນ: ວຽກໜັກ, ວຽກສ່ຽງ ຜູ້ເປັນຜົວຕ້ອງເປັນຄົນເຮັດ ຫຼື ຍາມເມຍເຈັບປ່ວຍກໍ່ຢ່າໃຫ້ເມຍເຮັດວຽກຫຼາຍ

11) ເຂົ້າໃຈເມຍ, ອະໄພ ແລະ ໃຫ້ໂອກາດເມຍເວລາເມຍເຮັດຜິດພາດ

ເມື່ອອ່ານທັງໝົດແລ້ວ ກໍ່ຄິດທົບທວນຄືນ ສິ່ງໃດທີ່ຄວນປັບປຸງເພື່ອເຮັດໃຫ້ຊີວິດຄູ່ດີຂຶ້ນ ຈະເລີນຂຶ້ນ ມີຄວາມສຸກຂຶ້ນ ກໍ່ຈົ່ງເຮັດເອົາ

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...