Homeນານາສາລະກຳຈັດແມງມຸມອອກຈາກເຮືອນ ດ້ວຍວິທີງ່າຍໆ

ກຳຈັດແມງມຸມອອກຈາກເຮືອນ ດ້ວຍວິທີງ່າຍໆ

Published on

ແມງມຸມຈັດໄດ້ວ່າເປັນສັດໂຕນ້ອຍໆ ອີກຊະນິດໜຶ່ງທີ່ສ້າງຄວາມລຳຄານໃຈໃຫ້ກັບບັນດາແມ່ຄົວທັງຫຼາຍ ນອກຈາກມີໂຕຂອງມັນແລ້ວ, ຍັງມີໃຍທີ່ເກາະຢູ່ຕາມມຸມ, ເພດານບ້ານ  ໃຜໆເຫັນແລ້ວ ກໍຮູ້ສຶກກັງວົນ ຕ້ອງໄດ້ກຳຈັດມັນອອກໄປ, ແຕ່ເມື່ອກຳຈັດໃຍໄປແລ້ວ ແມງມຸມຍັງຢູ່ ແລະສ້າງໃຍໃໝ່ໄດ້ຕະຫຼອດ ສ້າງບັນຫາໃຫ້ເຮົາບໍ່ຮູ້ຈັກຈົບ ທາງທີ່ດີເຮົາຄວນກຳຈັດແມງມຸມໃຫ້ໝົດໄປ ແຕ່ຖ້າຫາກຈະໃຊ້ສະເປສານເຄມີສີດກໍຄົງຈະບໍ່ດີ ໂດຍສະເພາະບ້ານທີ່ມີເດັກນ້ອຍ, ຜູ້ເຖົ້າ ເປັນແບບນີ້ລອງມາກຳຈັດແມງມຸມແບບວິທີທຳມະຊາດນຳກັນລອງເບິ່ງ

  1. ສະເປນໍ້າມັນຫອມລະເຫີຍ: ປະສົມນໍ້າກັບນໍ້າມັນຫອມລະເຫີຍ ຫຼືຫົວສີໄຄຫອມ ແລ້ວເອົາໃສ່ໃນກະປ໋ອງສະເປ ແລ້ວຈັດການສີດສະເປທີ່ເຮັດໃຫ້ທົ່ວເຮືອນ, ເນັ້ນຈຸດທີ່ແມງມຸມຢູ່
  2. ສະເປນໍ້າສົ້ມສາຍຊູ: ໃຊ້ນໍ້າສົ້ມສາຍຊູປະສົມກັບນໍ້າ ແລ້ວຮ່າຍໃສ່ປ໋ອງສະເປ ແລ້ວສີດໃຫ້ທົ່ວຫ້ອງ ບໍລິເວນທີ່ແມງມຸມອາໄສຢູ່
  3. ກິ່ນໝາກໄມ້ລົດສົ້ມ: ເລືອກໃຊ້ໝາກໄມ້ລົດສົ້ມເຊັ່ນ: ໝາກນາວ, ໝາກກ້ຽງ, ໝາກກ້ຽງໃຫຍ່ ໂດຍໃຊ້ເປືອກຂອງໝາກໄມ້ ເອົາໄປປະໄວ້ຕາມຂອບປ່ອງຢ້ຽມ, ແຈກຳແພງ,ດ ຕູ້ໜັງສື ແລະບ່ອນທີ່ມັກເຫັນແມງມຸມຕະຫຼອດ ຫຼືໃຊນໍ້າຫອມປັບອາກາດກິ່ນສົ້ມໄວ້ຕາມຈຸດຕ່າງໆໃນບ້ານ
  4. ຢາສູບ: ໃຊ້ເສັ້ນຢາສູບປະໄວ້ຕາມແຈຕ່າງໆ ທີ່ແມງມຸມອາໄສຢູ່ ຫຼືຈະນຳຢາສູບໄປແຊ່ນໍ້າ ແລ້ວໃຊ້ນໍ້ານັ້ນສີດຕາມບໍລິເວນຕ່າງໆ ພາຍໃນບ້ານ
  5. ໃສ່ປະຕູລວດ: ບໍລິເວນປະຕູ, ປ່ອງຢ້ຽມ ລວມຮອດປ່ອງລະບາຍອາກາດ ເພື່ອກັນແມງມຸມ, ໜູ ແລະຍຸງບໍ່ໃຫ້ເຂົ້າມາ ແລະຄວນເບິ່ງຕະຫຼອດ ເພາະອາດຈະມີຮອຍຂາດ
  6. ປິດປ່ອງນ້ອຍໆໃນບ້ານ: ຖ້າເປັນບ້ານທີ່ເຮັດດ້ວປູນ ແມ່ນໃຫ້ໄປຊື້ຊີລິໂຄນແບບເປັນຫຼອດຍາວໆ ມີປາຍແຫຼມ ແລ້ວເອົາມາຕັນຮອຍຕໍ່ ຫຼືປ່ອງນ້ອຍໆ ໃນບ້ານ ແຕ່ຖ້າເປັນບ້ານທີ່ເຮັດດ້ວຍໄມ້ ໃຫ້ເອົາຂີ້ເລື່ອຍມາປະສົມກັບກາວລາເຕັກ ແລ້ວເອົາໄປຕັນຕາມຮອຍຕໍ່ຂອງໄມ້ ເພື່ອປ້ອງກັນບໍ່ໃຫ້ແມງມຸມເຂົ້າມາໃນເຮືອນ
  7. ເຮັດຄວາມສະອາດບ້ານ: ນອກຈາກເຮັດຄວາມສະອາດແລ້ວ ຕ້ອງຈັດການຄວາມຮົກໃນເຮືອນ ຈັດວາງເຄື່ອງຂອງໃຫ້ຢູ່ໃນຄວາມເປັນລະບຽບຮຽບຮ້ອຍ ກໍເປັນການກຳຈັດບ່ອນເຮັດຮັງຂອງແມງມຸມໄດ້
  8. ລ້ຽງແມວ: ແມວເປັນສັດທີ່ມີສັນຊາດຕະຍານໃນການໄລ່ລ່າ ບໍ່ເວັ້ນແຕ່ແມງມຸມ
  9. ຈັດການຮອບບ້ານໃຫ້ໂລ່ງ: ຫຍ້າທີ່ຂຶ້ນສູງອາດຈະມີງູ ຫຼືສັດມີພິດລັກເຂົ້າມາຢູ່ອາໄສ ແລະແມງມຸມກໍມັກໄປສ້າງຮັງຢູ່ໃນຫຍ້າ, ເຮົາຕ້ອງຕັດໃຫ້ຕໍ່າລົງ ແລະບໍລິເວນໃກ້ໆເຮືອນ ຖ້າມີກອງໄມ, ກອງຟືນ ຕ້ອງຍ້າຍອອກໄປໃຫ້ໄກຈາກເຮືອນ
  10. ຄື່ນແມ່ເຫຼັກໄຟຟ້າ:ຊື້ມາສຽບໄວ້ໃນເຮືອນ ເຄື່ອງນີ້ຈະບໍ່ເປັນອັນຕະລາຍຕໍ່ມະນຸດເຮົາ ແຕ່ຖ້າເປັນໜູ, ແມງມຸມ, ຍຸງ, ແມງສາບ ຈະຕ້ອງຖືກກະທົບຈາກກະແສແມ່ເຫຼັກ ເຮັດໃຫ້ໜີພ່າຍໄປໝົດ

ບ້ານໃດທີ່ມີແມງມຸມ ກໍຢ່າລືມນໍາວິທີນີ້ໄປລອງໃຊ້ເບິ່ງ ປອດໄພຈາກບັນຫາສານເຄມີແນ່ນອນ ລວມຮອດການຮັກສາຄວາມສະອາດພາຍໃນເຮືອນ ແລະບໍລິເວນໃນເຮືອນໃຫ້ສະອາດ, ເປີດປະຕູໃຫ້ອາກາດຖ່າຍເທສະດວກ ແດດສ່ອງໄດ້ທົ່ວເຮືອນ ພຽງເທົ່ານີ້ແມງມຸມກໍຈະບໍ່ມາລົບກວນໃຈອີກ

ທີ່ມາ: kaijeaw

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...