spot_img
Homeຂ່າວຕ່າງປະເທດເລຂາທິການໃຫຍ່ຢູເອັນ ສາບານຕົນຮັບຕຳແໜ່ງ

ເລຂາທິການໃຫຍ່ຢູເອັນ ສາບານຕົນຮັບຕຳແໜ່ງ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 13 ທັນວາ 2016 ນີ້ວ່າ  ທ່ານ ອັນໂຕນິໂອ ກູເຕີເຣດ ອະດີດນາຍົກອະດີດນາຍົກລັດຖະມົນຕີ ຂອງປ໋ອກຕຸຍການ ອາຍຸ 67 ປີ ໄດ້ເຮັດພິທີສາບານຕົນເຂົ້າຮັບຕຳແໜ່ງ ເລຂາທິການໃຫຍ່ສະຫະປະຊາຊາດຄົນທີ່ 9 ເມື່ອວັນຈັນ ວັນທີ່ 12 ທັນວາ 2016ຜ່ານມາ ໂດຍໄດ້ວາງມືເທິງສຳເນົາກົດບັດຂອງສະຫະປະຊາຊາດ ຕໍ່ໜ້າກອງປະຊຸມສະມັດຊາອົງການສະຫະປະຊາຊາດ 193 ປະເທດເປັນສະມາຊິກ

%e0%ba%a2%e0%ba%b9%e0%bb%80%e0%ba%ad%e0%ba%b1%e0%ba%99%e0%ba%99

ທ່ານ ກູເຕີເຣດ ຈະເຂົ້າຮັບຕຳແໜ່ງເລຂາທິການສະຫະປະຊາຊາດຄົນໃໝ່ ຕໍ່ຈາກ ທ່ານ ບັນຄີມູນ ອາຍຸ 72 ປີ ຈາກປະເທດເກົາຫຼີໃຕ້ ໃນວັນທີ 1 ມັງກອນ 2017 ນີ້, ເຊິ່ງທ່ານບັນຄີມູນ ກໍຈະສິ້ນສຸດຕຳແໜ່ງໃນທ້າຍເດືອນ ທັນວາ 2016 ນີ້ ເພາະປະຕິບັດພາລະກິດມາໄດ້ 2 ສະໄໝ, ສະໄໝລະ 5 ປີແລ້ວ

ທ່ານ ກູເຕີເຣດ ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ຂອງປ໋ອກຕຸຍການ ຕັ້ງແຕ່ປີ 1995-2002 ແລະຍັງເຄີຍດຳລົງຕຳແໜ່ງ ຂ້າຫຼວງໃຫຍ່ເພື່ອຜູ້ລີ້ໄພ ແຫ່ງສະຫະປະຊາຊາດໃນປີ 2005-2015

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...