spot_img
Homeຂ່າວພາຍ​ໃນເມົາແລ້ວຂັບ ຕຳແລ້ວພະຍາຍາມໜີ ແຕ່ໄປບໍ່ລອດ

ເມົາແລ້ວຂັບ ຕຳແລ້ວພະຍາຍາມໜີ ແຕ່ໄປບໍ່ລອດ

Published on

ຕອນແລງຂອງວັນທີ 23 ສິງຫາ 2016 ເກີດອຸບັດຕິເຫດຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ບໍລິເວນໜ້າສູນກູ້ໄພຈຸດປະຈຳການດົງໂດກ)

ຈາກຂໍ້ມູນທີ່ໄດ້ຮັບແຈ້ງເປັນອຸບັດຕິເຫດລົດໃຫຍ່ຕຳທ້າຍລົດຈັກເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ

ຈາກສະພາບຜູ້ປະສົບເຫດທີ່ເສຍຊີວິດ ໄດ້ຮັບການກະທົບຢ່າງໜັກບໍລິເວນຫົວ ຄໍຫັກ ຂາຊ້າຍຫັກ ຕີນຂວາຂາດຕົກໄກຫຼາຍແມັດ
ຈາກການບອກຂໍ້ມູນທີ່ທີມງານໄດ້ຮັບຮູ້ແມ່ນ ຜູ້ເສຍຊີວິດກຳລັງກັບຈາກການໄປເກັບເງິນຈາກລູກຄ້າ ສ່ວນລົດເກັງແມ່ນກຳລັງເດີນທາງກັບບ້ານຫຼັງມີການຊຸມແຊວນຳໝູ່ ຊຶ່ງຂັບມາດ້ວຍຄວາມໄວສູງ ເມື່ອມາເຖິງຈຸດເກີດເຫດ ລົດໃຫຍ່ໄດ້ເຈີດໄປຕຳເອົາຄູ່ກໍລະນີຈົນເຮັດໃຫ້ລົດຟົ້ງອອກຂ້າງທາງ

ຈາກນັ້ນຄົນຂັບລົດໃຫຍ່ກໍ່ໄດ້ພະຍາຍາມຂັບລົດຫຼົບໜີ ແຕ່ບາບໄລ່ເວນທັນ ຢູ່ບໍລິເວນໃກ້ຄຽງຍັງມີເຈົ້າໜ້າທີ່ຢູ່ບໍລິເວນດ່ັງກ່າວໄດ້ຂັບລົດໄລ່ນຳ ແລະ ຂັບລົດຕັດໜ້າລົດໃຫຍ່ຄັນດັ່ງກ່າວ ແລະ ຍັງສາມາດຄວບຄຸມຕົວຄົນຂັບລົດໃຫຍ່ໄວ້ໄດ້

ຮທ ແສງສະນະ ເທບວົງສັງ ຕຳຫຼວດທີ່ນຳຈັບຜູ້ຂັບຂີ່ທີ່ຕຳແລ້ວໜີ
ຜູ້ຂັບຂີ່ທີ່ຕຳແລ້ວໜີ
 

ຂໍຂອບໃຈພາບແລະຂ່າວຈາກ ຫນ່ວຍກູ້ໄພ 1623

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...