spot_img
Homeຂ່າວຕ່າງປະເທດເມືອງຫຼວງເຢຍລະມັນອະນຸຍາດໃຫ້ຜູ້ຍິງເປືອຍໜ້າເອີກລົງສະລອຍນ້ຳໄດ້

ເມືອງຫຼວງເຢຍລະມັນອະນຸຍາດໃຫ້ຜູ້ຍິງເປືອຍໜ້າເອີກລົງສະລອຍນ້ຳໄດ້

Published on

ອີງຕາມສຳນັກຂ່າວ CNN ລາຍງານວ່າ: ກຸງເບີລິນ ເມືອງຫຼວງຂອງປະເທດເຢຍລະມັນ ປະກາດອະນຸຍາດໃຫ້ຜູ້ຍິງສາມາດເປືອຍໜ້າເອິກ ລົງສະລອຍນ້ຳໄດ້ເຊັ່ນດຽວກັບຜູ້ຊາຍ ເຊິ່ງເປັນສ່ວນໜຶ່ງຂອງນະໂຍບາຍສົ່ງເສີມຄວາມເທົ່າທຽມທາງເພດ.

ລະບຽບໃໝ່ນີ້ ເກີດຂຶ້ນຫຼັງມີເຫດການ ຜູ້ຍິງຄົນໜຶ່ງຖືກໄລ່ອອກຈາກສະລອຍນ້ຳ ແລະ ຖືກດຳເນີນຄະດີທາງກົດໝາຍເນື່ອງຈາກຜູ້ຍິງຄົນນີ້ນອນເປືອຍໜ້າເອິກເພື່ອອາບແດດ.

ຫຼັງໄດ້ຮັບການຮ້ອງຮຽນ ໜ່ວຍງານທີ່ກ່ຽວຂ້ອງໄດ້ພິຈະລານາ ແລະ ລົງຄວາມເຫັນວ່າ: ຜູ້ຍິງລາຍດັ່ງກ່າວເປັນເຫຍື່ອຂອງການເລືອກປະຕິບັດກ່ອນຈະມີປະກາດອອກມາໃນວັນພະຫັດ 9 ມີນາ 2023 ທີ່ຜ່ານມາ ໃຫ້ຜູ້ໃຊ້ບໍລິການສະລອຍນ້ຳໃນເບີລິນ ບໍ່ວ່າຈະເປັນຍິງ ຫຼື ຊາຍ ຫຼື ກຸ່ມຄົນທີ່ບໍ່ຕ້ອງການລະບຸເພດຂອງຕົນວ່າເປັນຊາຍຫຼືຍິງ (non-binary) ມີສິນທີ່ຈະເປືອຍກາຍທາງເທິງໄດ້ຕາມຕ້ອງການເທົ່າທຽມກັນ.

ຢ່າງໃດກໍຕາມ, ນອກຈາກຸງເບີລິນແລ້ວ ກ່ອນໜ້ານີ້ມີເມືອງເກິທທິງເງິນໃນພາກກາງຂອງເຟຍລະມັນ ກໍມີປະກາດໃນລັກຊະນະດຽວກັນ ນັບເປັນເມືອງທຳອິດໃນປະເທດທີ່ອະນຸຍາດໃຫ້ຜູ້ບິງສາມາດເປືອຍໜ້າເອິກໃນສະລອຍນ້ຳສາທາລະນະ ຕ້ໜ້າເອີກລະດູຮ້ອນປີ 2022.

ທີ່ມາ:CNN

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...