spot_img
Homeຂ່າວທ້ອງຖິ່ນເມືອງພຽງ ຝຶກອົບຮົມການນໍາໃຊ້ປຶ້ມແບບຮຽນ

ເມືອງພຽງ ຝຶກອົບຮົມການນໍາໃຊ້ປຶ້ມແບບຮຽນ

Published on

ເພື່ອເປັນການກະກຽມແກ່ການເປີດສົກຮຽນໃໝ່ສົກ 2016-2017 ນີ້ ເມືອງພຽງແຂວງໄຊຍະບູລີໄດ້ຈັດກອງປະຊຸມຝຶກອົບຮົມຄູ ກ່ຽວກັບການແນະນຳການນຳໃຊ້ປື້ມແບບຮຽນ ແລະຄູ່ມືຄູຂັ້ນ ມ7 ຂຶ້ນໃນວັນທີ 15 ສິງຫາ 2016 ທີ່ໂຮງຮຽນ ມສ ມິດປະຊາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ລີຕູ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີທ່ານ ຕູມົວ ບົວຕົງມົວ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງໄຊຍະບູລີ, ມີທ່ານ ນາງ ແສງອາພອນ ແກ້ວບົວໂຮມກຳມະການປະຈຳພັກເມືອງຮອງເຈົ້າເມືອງໆ ພຽງ, ມີຫົວໜ້າຫ້ອງການສຶກສາເມືອງ, ພະນັກງານທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງຕະຫຼອດເຖີງບັນດາຄູ-ອາຈານວິຊາການທີ່ມາຈາກບັນດາ 11 ເມືອງອ້ອມຂ້າງ ແຂວງເຂົ້າຮ່ວມ 300 ກ່ວາຄົນ.

ໂອກາດນີ້ ທ່ານ ລີຕູ ບົວປາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກັບອຳນາດການປົກຄອງຂັ້ນແຂວງຂັ້ນເມືອງທີ່ໄດ້ພ້ອມກັນເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານການສຶກສາ ແລະສາມາດປະກາດເປັນແຂວງກໍຄືເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງໃນໄລຍະຜ່ານ ມາທ່ານຍັງໄດ້ເນັ້ນໜັກໃຫ້ບັນດາ ຄູ-ອາຈານກໍຄືວິຊາການຈົ່ງພ້ອມກັນເອົາໃຈໃສ່ປັບປຸງໃນຫຼາຍດ້ານ ໂດຍສະເພາະແມ່ນວຽກວິຊາການ ກໍຄືວິຊາສະເພາະຂອງຕົນພ້ອມກັນ ເອົາໃຈໃສ່ປັບປຸງວິທີການຮຽນ- ການສອນສຳຄັນແມ່ນການນຳໃຊ້ບົດຮຽນຕົວຈິງເຂົ້າໃນການສິດ ສອນຕົວຈິງ ເພື່ອບັນລຸເປົ້າໝາຍ ຂອງການພັດທະນາການສຶກສາ ແບບຢືນຢົງທີ່ເອົາຄຸນນະພາບເປັນຕົ້ນຕໍ.

ນອກນີ້ກໍໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດແຜນຍຸດທະສາດປະຕິຮູບລະບົບການສຶກສາແຫ່ງຊາດໃຫ້ມີຄຸນນະພາບ, ມີມາດຕະຖານທຽບເທົ່າກັບພາກພື້ນແລະສາກົນ, ເອົາໃຈໃສ່ໃນເວລາຝຶກອົບຮົມໃຫ້ມີຄວາມຮັບຜິດຊອບສູງ, ມີຄວາມເຂົ້າໃຈເລິກເຊິ່ງນຳເອົາບົດຮຽນດັ່ງກ່າວໄປນຳໃຊ້ໃຫ້ໄດ້ຮັບຜົນດີ

ທີ່ມາ: ເສດຖະກິດ-ສັງຄົມ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...