spot_img
Homeຂ່າວທ້ອງຖິ່ນເມືອງປາກຊັນ ຈັດພິທີຮັບສະມາຊິກເຍົາວະຊົນ-ອະນຸຊົນ

ເມືອງປາກຊັນ ຈັດພິທີຮັບສະມາຊິກເຍົາວະຊົນ-ອະນຸຊົນ

Published on

ຂປລ. ວັນທີ 15 ພະຈິກ 2016 ຢູ່ທີ່ໂຮງຮຽນປະຖົມໂພນສະຫວ່າງ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພິທີຮັບສະມາຊິກ ເຍົາວະຊົນ ແລະ ອະນຸຊົນທັນວາຂຶ້ນ ເປັນກຽດເຂົ້າຮ່ວມຂອງ ທ່ານ ຈັນທະວອນ ພົມມະຈັນ ຄະນະປະຈຳພັກເມືອງ, ທ່ານ ນາງ ຄໍາໃບ ບໍລິວັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ພ້ອມຄູອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນພາຍໃນ 7 ໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ພ້ອມ​ດຽວ​ກັນ​ນີ້ ທ່ານ ຈັນທະວອນ ພົມມະຈັນ, ຄະນະປະຈຳພັກເມືອງໄດ້ໂອ້ລົມ ​ແລະ ຍ້ອງຍໍຊົມເຊີຍຕໍ່ບັນດານ້ອງ, ຫລານທີ່ໄດ້ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ, ເປັນຜູ້ທີ່ດີເດັ່ນ, ຫ້າວຫັນ, ທ່ານໄດ້ເນັ້ນໜັກໃຫ້ສະມາຊິກເຍົາວະຊົນ, ອະນຸຊົນ ຈົ່ງເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ຮຽນເກັ່ງເສັງໄດ້ ເປັນນັກຮຽນດີຂອງໂຮງຮຽນ, ເປັນລູກທີ່ດີຂອງພໍ່ແມ່, ຈື່ຈຳຄຳສອນຂອງທ່ານຜູ້ນຳ 6 ຮັກ, 3 ຊັງ, ຂໍ້ແຂ່ງຂັນ 3 ດີ, 4 ຮູ້, ເປັນຜູ້ສືບທອດທີ່ດີຂອງປະເທດຊາດໃນອະນາຄົດ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...