spot_img
Homeຂ່າວພາຍ​ໃນເມດສ໌ຊີເບີ້ນບາຊາຖະຫຼົ່ມ3-0

ເມດສ໌ຊີເບີ້ນບາຊາຖະຫຼົ່ມ3-0

Published on

558000005371405

ບາເຊໂລນາ ຖະຫຼົ່ມ ບາເຢີນ ມິວນິກ 3-0 ຈາກການຍິງປະຕູຂອງ ລິໂອເນວ ເມດສ໌ຊີ ( 2 ປະຕູ ) ແລະ ເນມາ ທີ່ສະໜາມ ຄຳປ໌ ນູ ເມື່ອຄືນວັນພຸດທີ 6 ພຶດສະພາທີ່ຜ່ານມາໃນການແຂ່ງຂັນ ຢູຟາ ແຊ້ມປຽນລີກ 2014-2015

558000005371401

ສຽງໝາກຫວີດດັງຂື້ນທັງສອງຝ່າຍຫຼີ້ນບານກັນສັ້ນໆເນັ້ນຄວາມແນ່ນອນບຸກກັນໄປບຸກກັນມາຢ່າງດຸເດືອດແຕ່ກໍ່ໝົດເຄິ່ງເວລາທຳອິດສະເໝີກັນໄປ 0-0

558000005371404

ມາລຸຍກັນຕໍ່ເຄີ່ງເວລາທີ 2 ຮູບເກມຍັງສູສີທັງສອງທີມຕ່າງທັນກັນຈົນເກືອບບໍ່ມີລຸ້ນປະຕູອລະເມື່ອເຖິງນາທີ 77 ກອງເຊຍເຈົ້າຖີ່ນສົ່ງສຽງໂຮ ດານີ່ ອັນເວດສ໌ ຕັດບານມາທາງດ້ານຂວາໄຫຼເຂົ້າກາງໃຫ້ ເມດສ໌ຊີ ຕ້ອງປ້ອມຍິງໄລຍະປະມານ 20 ຫຼາ ບຽດເສົາທຳອິດ ຕໍ່ມາອີກ 3 ນາທີ ບາຊາ ຖິ້ມຫ່າງ ເມດສ໌ຊີ ໄດ້ບານຈາກທາງຂວາລ້ຽງເຂົ້າເຂດໂທດແຕ່ງຫຼົບ ເຊີໂຣມ ບົວເຕັງ ເກືອບລົ້ມທັງຢືນກ່ອນດີດຂ້າມແບບເບົາໆຂ້າມ ມານູເອວ ນອຍເອີ ເຂົ້າໄປແບບສວຍງາມ

558000005371402

ໄລຍະທົດເວລາບາດເຈັບແນວຮັບ ບາເຢີນ ຂື້ນສູງເກີນໄປຈົນເຮັດໃຫ້ສູນເສຍຈາກເກມສວນກັບ ເມດສ໌ຊີ ສົ່ງບານມາທາງຊ້າຍໃຫ້ ເນມາ ຫຼຸດດ່ຽວເຄີ່ງສະໜາມ ແປລອດຂາ ມານູເອວ ນອຍເອີ ເຂົ້າໄປຢ່າງສວຍງາມ ໝົດເວລາ ບາເຊໂລນາ ຊະນະ 3-0 ກ່ອນທີ່ຈະໄປພົບກັນອີກຄັ້ງທີ່ສະໜາມ ອາລິອັນ ອາລີນາ ວັນອັງຄານທີ 12 ພຶດສະພາ 2015

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...