spot_img
Homeຂ່າວພາຍ​ໃນເພື່ອຄວາມປອດໄພ ທາງການລາວຈະສົ່ງພະສົງຈີນ 108 ອົງກັບຄືນປະເທດ

ເພື່ອຄວາມປອດໄພ ທາງການລາວຈະສົ່ງພະສົງຈີນ 108 ອົງກັບຄືນປະເທດ

Published on

ພະທຸດົງຈີນ ນິກາຍມະຫາຍານ ຈຳນວນ 108 ອົງ ໄດ້ອອກເດີນທາງໃນວັນທີ 09 ກັນຍາ 2017 ຈາກເມືອງກວາງຊີ ສປຈີນ, ເພື່ອໄປພຸດທະຄະຍາແຫ່ງ ປະເທດອິນເດຍ ໂດຍຍ່າງຜ່ານດິນແດນ ສປປລາວ ແຕ່ເໜືອເຖີງໄຕ້ແລ້ວອອກສູ່ຣາຊະອານາຈັກກຳປູເຈຍ”.

ແນວໃດກໍຕາມ, ພາຍຫຼັງທີ່ຄະນະສົງດັ່ງກ່າວເດິນທາງມາຮອດ ຫຼວງພະບາງໃນມື້ນີ້ ວັນທີ 11 ຕຸລາ 2017 ທາງການລາວເຫັນວ່າ ການເດິນທາງດັ່ງກ່າວນັ້ນບໍ່ແມ່ນການ ເດິນທາງເພື່ອທຸລະກິດຫຼືເພື່ອທ່ອງທ່ຽວທຳມະດາ ແຕ່ເປັນການເດິນທາງເພື່ອເຜີຍແພ່ພະໄຕປິດົກ (ຄຳສອນຂອງພະພຸດທະເຈົ້າ) ຫຼື ເວົ້າອີກຢ່າງໜຶ່ງກໍຄືການເຜີຍແພ່ສາດສະໜາດ ແຕ່ການເຄື່ອນໄຫວດັ່ງກ່າວນັ້ນ ແມ່ນຍັງບໍ່ໄດ້ຮັບອະນຸຍາດຈາກທາງການລາວຢ່າງຖືກຕ້ອງເທື່ອ ແລະທັງຄັດກັບດຳລັດຂອງນາຍົກລັດຖະມົນຕີ ເລກທີ 315/ນຍ ວ່າດ້ວຍການຄຸ້ມຄອງ ແລະເຄື່ອນໄຫວສາດສະໜາທີ່ຖືກຕ້ອງ.

ນອກຈາກນັ້ນ, ທາງການລາວກໍເປັນຫ່ວງເລື່ອງຄວາມປອດໄພ ຍ້ອນວ່າການເດິນທາງໃຊ້ໄລຍະທາງໄກ ຜ່ານຫຼາຍເຂດແຂວງ ແລະເສັ້ນທາງທີ່ຫຍຸ້ງຍາກ ເພາະເປັນໄລຍະລະດູຝົນແດ່.

ດັ່ງນັ້ນ, ທາງການລາວຈຶ່ງເຫັນດີໃຫ້ພະສົງຈຳນວນດັ່ງກ່າວນັ້ນ ເດິນທາງກັບຄືນປະເທດຈີນໄປກ່ອນ.

  

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...