spot_img
Home​ຂ່າວທ່ອງທ່ຽວເພີ່ມຄວາມຕື່ນເຕັ້ນດ້ວຍພາບ 3D ແກ້ວແຕກພ້ອມສຽງ

ເພີ່ມຄວາມຕື່ນເຕັ້ນດ້ວຍພາບ 3D ແກ້ວແຕກພ້ອມສຽງ

Published on

ມົນທົນເຫີເປີ່ຍ ປະເທດຈີນ ໄດ້ມອບປະສົບການຕື່ນເຕັ້ນຫວາດສຽວ “ສຸດຂີດ” ແບບຫົວໃຈເກືອບຈະຢຸດເຕັ້ນແກ່ນັກທ່ອງທ່ຽວດ້ວຍເສັ້ນທາງຍ່າງລອຍຟ້າທີ່ພູ Taihang ຄວາມຍາວ 266 ແມັດ ສູງຈາກພື້ນດິນ 1,180 ແມັດ ພື້ນເປັນແວ່ນແກ້ວໃສທັງໝົດ ພິເສດໃນຊ່ວງກາງຂອງທາງຍ່າງເມື່ອເວລາຢຽບລົງໄປທີ່ແວ່ນແກ້ວຈະເກີດຮອຍແຕກຣ້າວ ແລະ ຍັງມີສຽງແກ້ວແຕກຂຶ້ນມາພ້ອມ ຖ້າບໍ່ຮູ້ມາກ່ອນຄົງຈະຕົກໃຈແບບສຸດໆໄປເລີຍ

ແຜ່ນແກ້ວທີ່ແຕກຫຼອກໆນີ້ເປັນຈໍສະແດງພາບໄຮເທັກທີ່ທຳງານດ້ວຍການເຊັນເຊີ້ຄວາມດັນ ເມື່ອມີຄົນຢຽບລົງໄປມັນຈະສະແດງພາບແວ່ນແກ້ວຣ້າວຂື້ນມາທັນທີ ພ້ອມທັງມີສຽງປະກອບໃຫ້ສົມຈິງ ທ່ານສາມາດເບິ່ງໃນວິດີໂອທາງລຸ່ມນີ້ ແລ້ວທ່ານຈະຮູ້ວ່າ ຫວາດສຽວຂະໜາດໃດ

https://youtu.be/KxPYXVjo5TE

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...