spot_img
Homeຂ່າວພາຍ​ໃນເຜີຍແຜ່ກົດຫມາຍຢູ່ທະຫານແຂວງສາລະວັນ

ເຜີຍແຜ່ກົດຫມາຍຢູ່ທະຫານແຂວງສາລະວັນ

Published on

fri20sep2

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2013 ນີ້ຢູ່ທີ່ສະ ໂມສອນຂອງກອງບັນຊາ ການທະຫານແຂວງສາລະ ວັນໄດ້ຈັດຕັ້ງເຜີຍແຜ່ເຊື່ອມ ຊືມກົດໝາຍຕ່າງໆໃຫ້ພະນັກ ງານ-ນັກຮົບໂດຍພາຍໃຕ້ ການເປັນປະທານຂອງສະ ຫາຍພັນເອກ ກັນທອງ ສຸກ ເລືອງຄຳ ຮອງປະທານສານ ທະຫານຂັ້ນສູງມີສະຫາຍ ພັນເອກ ພູວຽງ ຫຼ່ຽມມະວົງ ສາ,  ຫົວໜ້າການເມືອງກອງ ບັນຊາການທະຫານແຂວງ ສາລະວັນ ພ້ອມດ້ວຍພະນັກ ງານ-ນັກຮົບ 4 ຫ້ອງອ້ອມ ຂ້າງກອງບັນຊາການເຂົ້າ ຮ່ວມ 100 ກ່ວາສະຫາຍ.
ກົດໝາຍທີ່ນຳມາເຜີຍ ແຜ່ໃນຄັ້ງນີ້ປະກອບມີ:  ເອ ກະສານຄວາມຮູ້ພື້ນຖານ ກ່ຽວກັບລັດ ແລະ ກົດໝາຍ, ກົດໝາຍຄອບຄົວ,  ກົດໝາຍ
ອາຍາ,ກົດໝາຍວ່າດ້ວຍໃນ ສັນຍາ ແລະ ນອກສັນຍາ ແລະ ມູນມໍລະດົກ ອື່ນໆການ ເຜີຍແຜ່ໃນຄັ້ງນີ້ໂດຍແມ່ນ ສະຫາຍ ພັນໂທ ສິງທອງ ຄຳປະເສີດ, ຜູ້ພິພາກສາປະ ຈຳສານທະຫານຂັ້ນສູງ, ກະ ຊວງປ້ອງກັນປະເທດໃຫ້ກຽດ ເປັນຜູ້ເຜີຍແຜ່ເນື້ອໃນເອກະ ສານດັ່ງກ່າວຈຸດປະສົງໃນ ການລົງເຜິຍແຜ່ໃນຄັ້ງນີ້ ກໍ່ ເພື່ອແນໃສເຮັດໃຫ້ນາຍ ແລະ
ພົນທະຫານໃນ 4 ຫ້ອງອ້ອມ ຂ້າງກອງບັນຊາການທະຫານແຂວງສາລະວັນມີຄວາມຮັບ ຮູ້ ແລະ ຕື່ນຕົວສູງເຄົາລົບຕໍ່ ກົດໝາຍຮູ້ໄຈ້ແຍກອັນຜິດ-ອັນຖືກທັງກົດໝາຍອາຍາ, ກົດໝາຍແພ່ງເພື່ອປົກປັກຮັກ ສາລະບອບການເມືອງ-ເສດ ຖະກິດ-ສັງຄົມຂອງຊາດ ກຳ ມະສິດຂອງລັດ, ລວມໝູ່ ແລະ ບຸກຄົນ ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມຕ້ານ ແລະສະກັດກັ້ນການກະທຳ ຜິດ  ແລະ  ສຶກສາອົບຮົມໃຫ້ ພົນລະເມືອງລາວທຸກຄົນໃຫ້ ມີຄວາມຕື່ນຕົວມີສະຕິເຄົາ ລົບຕໍ່ກົດໝາຍນັບມື້ສູງຂື້ນ ເລື້ອຍໆ.
ໂອກາດນີ້, ສະຫາຍພັນເອກ ກັນທອງ ສຸກເລືອງຄຳ ກໍ່ໄດ້ ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມພ້ອມ ກັນຍົກສູງສະຕິຕື່ນຕົວເຄົາ ລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ ເພື່ອສ້າງໃຫ້ ກົມກອງເປັນກອງປອດໃສ, ປອດໄພ ແລະ ປອດຄະດີ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...