spot_img
Homeວົງການສື່ມວນຊົນເປີດໂຕວາລະສານທະນາຍຄວາມ ຕ້ອນຮັບວັນລັດຖະທໍາມະນູນ ຄົບຮອບ 25 ປີ!

ເປີດໂຕວາລະສານທະນາຍຄວາມ ຕ້ອນຮັບວັນລັດຖະທໍາມະນູນ ຄົບຮອບ 25 ປີ!

Published on

ວາລະສານທະນາຍຄວາມ, ໄດ້ເປີດໂຕຢ່າງເປັນທາງການ ໃນວັນທີ 15 ສິງຫານີ້, ທີ່ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ເພື່ອຂໍ່ານັບຮັບຕ້ອນ ວັນລັດຖະທໍາມະນູນ ຄົບຮອບ 25 ປີ (15 ສິງຫາ 1991–15 ສິງຫາ 2016), ໂດຍມີທ່ານຮອງລັດຖະມົນຕີ ກະຊວງຍຸຕິທໍາ ເສີມສຸກ ສີມພະວົງ, ພ້ອມດ້ວຍແຂກ ແລະ ສື່ມວນຊົນ ເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານປະທານສະພາທະນາຍຄວາມ ໃຫ້ຮູ້ວ່າ: ວາລະສານທະນາຍຄວາມ ແມ່ນພາຫະນະເຜີຍແຜ່ ພາລະບົດບາດສິດ, ໜ້າທີ່ ແລະ ຈັນຍາທໍາ ລວມເຖິງການເຄື່ອນໄຫວຂອງ ທະນາຍຄວາມລາວ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ທັງ ເປັນແຫລ່ງສະໜອງຂໍ້ມູນຕ່າງໆ ໃຫ້ແກ່ສັງຄົມທີ່ມີຄວາມສົນໃຈ ວ່າທະນາຍຄວາມແມ່ນໃຜ, ເຮັດຫຍັງ ແລະ ຈະເຂົ້າເຖິງການບໍລິການແນວໃດ.

ວາລະສານທະນາຍຄວາມ ຈະຈັດພີມເປັນລາຍໄຕມາດ (3 ເດືອນຕໍ່ສະບັບ). ການກໍາເນີດເກີດຂຶ້ນ ຂອງວາລະສານດັ່ງກ່າວ ແມ່ນຍ້ອນການສະໜັບສະໜູນ ຊ່ວຍເຫລືອຈາກ ຄະນະນໍາກະຊວງຍຸຕິທໍາ, ກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພິເສດແມ່ນ ການປະກອບສ່ວນທາງດ້ານ ຫົວຄິດມັນສະໝອງ, ສະຕິປັນຍາ ແລະ ເຫື່ອແຮງຂອງ ບັນດາເພື່ອນຮ່ວມງານ ເປັນຕົ້ນ: ນັກຂ່າວ, ນັກຂຽນດ້ານວຽກງານຍຸຕິທໍາ ແລະ ກົດໝາຍຕ່າງໆ ໃນການຂຽນບົດຄວາມ, ຊອກຫາຂໍ້ມູນຂ່າວສານດ້ານຍຸຕິທໍາ, ກົດໝາຍ ລວມທັງສາລະໜ້າຮູ້ທີ່ມີປະໂຫຍດຕ່າງໆ ມາໃຫ້ຜູ້ອ່ານໄດ້ເປັນຢ່າງດີ.

ທ່ານຮອງລັດຖະມົນຕີ ມີຄໍາເຫັນວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ ວາລະສານສະບັບນີ້, ຈະເປັນພາຫະນະ ແລະ ເຄື່ອງມືສໍາຄັນ ປະກອບສ່ວນເຂົ້າໃນການປົກປ້ອງ ຄວາມຍຸຕິທໍາໃຫ້ແກ່ສັງຄົມ ກໍຄືປະຊາຊົນຜູ້ທີ່ດ້ວຍໂອກາດ ທີ່ຈະເຂົ້າເຖິງຕົວແທນ ຕໍ່ສູ້ເພື່ອຄວາມຍຸຕິທໍາ ຂອງຕົນໄດ້ດີຂຶ້ນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...