spot_img
Homeຂ່າວການພັດທະນາເປີດຫ້ອງການສະຖາບັນ ລາວ-ອົດສະຕຣາລີ ແລະສູນສົ່ງເສີມພາສາຕ່າງປະເທດ

ເປີດຫ້ອງການສະຖາບັນ ລາວ-ອົດສະຕຣາລີ ແລະສູນສົ່ງເສີມພາສາຕ່າງປະເທດ

Published on

ໃນວັນທີ 7 ກັນຍາ 2016, ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມາຄອມ ເທີນບູ  ນາຍົກລັດຖະມົນຕີແຫ່ງປະເທດອົດສະຕຣາລີ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດນໍາໃຊ້ຫ້ອງ ການສະຖາບັນລາວ-ອົດສະຕຣາລີ ແລະສູນສົ່ງເສີມພາສາຕ່າງປະເທດຄືນໃໝ່ ເຊິ່ງຕັ້ງຢູ່ບ້ານສີສະເກດ (ໜ້າຫໍພະແກ້ວ) ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ພາຍຫລັງສໍາເລັດການບູລະນະສ້ອມແປງເມື່ອບໍ່ດົນມານີ້. ໂດຍໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານອົດສະຕຣາລີ.

ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ກ່າວວ່າ: ໂຄງການບູລະນະຫ້ອງການດັ່ງກ່າວ ແມ່ນໄດ້ມີການປັບປຸງ ແລະສ້ອມແປງອາຄານເກົ່າແກ່ ໃຫ້ມີໃບໜ້າໃໝ່, ມີມາດຕະຖານ ແລະ ສອດຄ່ອງກັບການພັດທະນາໃນໄລຍະໃໝ່. ສູນແຫ່ງນີ້ ຈະມີບົດບາດສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ໃນອະນາຄົດ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ພະນັກງານໃນລະດັບຜູ້ບໍລິຫານ ແລະລະດັບວິຊາການທີ່ຮັບຜິດຊອບດ້ານການວາງແຜນ ແລະການຄຸ້ມຄອງບໍລິຫານວຽກງານ ພັດທະນາຊັບພະຍາກອນມະນຸດ.

ຜ່ານມາໃນແຕ່ລະປີ ລັດຖະບານອົດສະຕຣາລີ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊັບພະຍາ ກອນມະນຸດແກ່ ສປປ ລາວ ໂດຍໄດ້ສະໜອງທຶນໃຫ້ນັກສຶກສາ, ຄູ-ອາຈານ ແລະພະນັກງານ ໄປຮຽນຕໍ່ທີ່ປະເທດອົດສະຕຣາລີ ໃນຫລາຍສາຂາວິຊາ ເພື່ອປະກອບສ່ວນພັດທະນາ ສປປ ລາວ. ຕະຫລອດໄລຍະກວ່າ 50 ປີຜ່ານມາ ມີອະດີດນັກສຶກສາຂອງລາວຫລາຍກວ່າ 1.200 ຄົນ ທີ່ສໍາເລັດການສຶກສາ ຈາກປະເທດອົດສະຕຣາລີ, ປັດຈຸບັນ ອະດີດນັກສຶກສາດັ່ງກ່າວ ສ່ວນໃຫຍ່ເປັນພະນັກງານອາວຸໂສທີ່ເຮັດວຽກສັງກັດຢູ່ພາກລັດ, ສ່ວນຫລາຍເຮັດວຽກໃນຂະແໜງຄົ້ນຄວ້າ ແລະສິດສອນ, ອີກຈໍານວນໜຶ່ງກໍໄດ້ກາຍເປັນຜູ້ປະກອບການ ແລະນັກທຸລະກິດ ທີ່ປະສົບຜົນສໍາລັດ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີອົດສະຕາລີ ກໍໄດ້ເປັນກຽດມອບທຶນການສຶກສາທີ່ຈະໄປຮຽນຕໍ່ຢູ່ປະເທດອົດສະຕຣາລີ ຈໍານວນ 31 ທຶນ ໃນລະດັບປະລິນຍາເອກ 4 ທຶນ, ປະລິນຍາໂທ 25 ທຶນ ແລະ ຊັ້ນສູງ 2 ທຶນ ໃນສາຂາວິສາວະກອນໄຟຟ້າແບບຍືນຍົງ, ການພັດທະນາຊຸມຊົນ, ການບັນຊີ, ເສດຖະສາດ, ວິທະຍາສາດສັງຄົມ ແລະອື່ນໆ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...