spot_img
Homeຂ່າວຕ່າງປະເທດເປີດສຽງສຸດທ້າຍນາທີລະທຶກ ກ່ອນເຮືອບິນຣັດເຊຍຕົກໃນລະເທດໍາເສຍຊີວິດ 92 ຄົນ

ເປີດສຽງສຸດທ້າຍນາທີລະທຶກ ກ່ອນເຮືອບິນຣັດເຊຍຕົກໃນລະເທດໍາເສຍຊີວິດ 92 ຄົນ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 29 ທັນວາ ນີ້ວ່າ: ສຽງໃນຫ້ອງນັກບິນທີ່ສາມາດບັນທຶກໄວ້ໃນກ໋ອງດໍາຂອງເຮືອບິນ ຕູໂປເລຟ-154 ຂອງກອງທັບຣັດເຊຍຊຶ່ງຕົກໃນທະເລດໍາ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດ 92 ຄົນ ເມື່ອຊ່ວຍອາທິດທີ່ຜ່ານມາ ລະບຸໄດ້ວ່າສາເຫດການຕົກອາດເກີດຈາກອຸປະກອນແຟລບເທິງປີກເຮືອບິນ ເຊິ່ງມີໄວ້ເພື່ອຊ່ວຍເພີ່ມແຮງຍົກໃຫ້ຕົວເຮືອບິນເກີດຂັດຂ້ອງ.

ໂດຍແຫຼ່ງຂ່າວເຊິ່ງໃກ້ສິດກັບການສືບສວນຄະດີນີ້ບອກກັບອິນເຕີຣຸແຟ໊ກວ່າ ແຜ່ນແຟລບເທິງປີກເຮືອບິນບໍ່ຂະຍັບພ້ອມໆກັນ ສົ່ງຜົນໃຫ້ນັກບິນສູນເສຍການຄວບຄຸມເຮືອບິນ ໃນຂະນະທີ່ເຮືອບິນຢູ່ໃນມຸນວິກິດ.

ດ້ານສໍານັກຂ່າວໄລຟ໌ ເຊິ່ງໃກ້ສິດກັບໜ່ວຍງານຄວາມໝັ້ນຄົງຣັດເຊຍ ເຜີຍແພ່ບົດສົນທະນາໃນຫ້ອງນັກບິນທີ່ກ໋ອງດໍາບັນທຶກເອົາໄວ້້ໄດ້ ໂດຍຊ່ວງທໍາອິດເຫດການນັກບິນຄົນນັ້ນກ່າວວ່າ ຄວາມໄວ 300 ຕາມສຽງທີ່ບໍ່ຊັດເຈນ “ຂ້ອຍເກັບອຸປະກອນລົງຈອດແລ້ວ” ແລະຕາມດ້ວຍສ່ຽງທີ່ບໍ່ຊັດເຈນອີກວ່າ ກ່ອນທີ່ນັກບິນຄົນໜຶ່ງຈະອຸທານອອກມາ ແລະມີສຽງສັນຍານເຕືອນດັງຂຶ້ນ ກ່ອນຈະມີສຽງເຕືອນວ່າຄວາມສູງຈາກພື້ນຢູ່ໃນໄລຍະອັນຕະລາຍດັງຂຶ້ນ ແລະຜູ້ຊ່ວຍນັກບິນກ່າວວ່າ ກັບຕັນ ເຮົາກໍາລັງຕົກ ເປັນຄໍາເວົ້າສຸດທ້າຍກ່ອນທີ່ຈະມິດຫາຍໄປ.

ຂະນະທີ່ເຈົ້າໜ້າທີ່ລະດົມກໍາລັງຄົ້ນຫາຜູ້ເສຍຊີວິດຕັ້ງແຕ່ວັນທີ 25 ທັນວາ ກ່ອນຈະພົບອຸປະກອນບັນທຶກຂໍ້ມູນການບິນໃນວັນທີ 26 ທັນວາ ແລະພົບກ໋ອງດໍາຂອງເຮືອບິນລໍານີ້ໃນວັນທີ 27 ທັນວາ ໂດຍພົບຮ່າງຜູ້ເສຍຊີວິດແລ້ວ 15 ສົບ ລວມເຖິງຊິ້ນສ່ວນສົບອີກ 239 ຊິ້ນ ກຽມສົ່ງໄປກວດສອບ ແລະພົບເອກະສານລັກສະນະບຸກຄະລາກອນ ຫຼືດີເອັນເອຕໍ່ໄປ.

ທັງນີ້ ເຮືອບິນຕູ-154 ຂອງກອງທັບຣັດເຊຍຕົກພຽງ 2 ນາທີ ຫຼັງຈາກອອກເດີນທາງຈາກສະໜາມບິນໃກ້ເມືອງໂຊຊິ ພ້ອມລູກເຮືອ ແລະຜູ້ໂດຍສານ 92 ຄົນ ເຊິ່ງ 64 ຄົນໃນຈໍານວນນີ້ເປັນສະມາຊິກຈາກວົງດຸຣິຢາງຄ໌ ອະເລ໊ກຊານດຣອຟ ຂອງກອງທັບຣັດເຊຍ ທີ່ກໍາລັງເດີນທາງໄປຍັງຖານທັບອາກາດຣັດເຊຍ ໃນຊີເຣຍ ເພື່ອທໍາການສະແດງໃນຊ່ວງວັນຂຶ້ນປີໃໝ່.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...