ເປີດນຳໃຊ້ບັດຊຳລະພາສີ-ອາກອນ ສ້າງຄວາມໂປ່ງໃສດ້ານລາຍຮັບ

a543ede6c838a69874f68d1d25d92d98

 

ການ​ເກັບ​ລາຍ​ຮັບ​ພາສີ-ອາກອນ ຢູ່​ດ່ານ​ສາກົນ​ຈຸດ​ສ້າງລາຍ​ຮັບ​ທີ່​ສຳຄັນ​ກວມ​ເອົາ 30% ຂອງ​ລາຍ​ຮັບ​ພາຍ​ໃນ,

ຜ່ານມາ​ກົນ​ໄກ​ການ​ຄຸ້ມ​ຄອງ​ຍັງ​ສັບສົນ ແລະ ມີ​ຊ່ອງ​ວ່າງ​ເຮັດ​ໃຫ້ລາຍ​ຮັບ​ຕົກເຮ່ຍ​ບໍ່​ເຂົ້າ​ງົບປະມານ​ລວມ​ສູນ,

ກະຊວງ​ການ​ເງິນ ຈິ່ງ​ຮ່ວມ​ມື​ກັບ​ທະນາຄານ​ການ​ຄ້າ​ຕ່າງປະເທດ​ລາວ ມະຫາຊົນ ພັດທະນາ​ລະບົບ​ການ​ເກັບ​ພາ

ສີ-ອາກອນ ໂດຍ​ນຳ​ໃຊ້​ບັດ​ຈ່າຍທົດ​ແທນ​ເງິນສົດ​ສ້າງ​ຄວາມ​ໂປ່ງ​ໄສ ແລະ ຮັບປະກັນ​ການລວມ​ສູນ​ຂອງ​ລາຍ​ຮັບ

ຊຶ່ງ​ໄດ້​ຈັດ​ພິທີ​ເປີດ​ນຳ​ໃຊ້​ບັດ​ຊຳລະ​ພາສີ-ອາກອນ​ຢ່າງ​ເປັນ​ທາງ​ການ​ໃນ​ ວັນ​ທີ 11 ພະຈິກ​ນີ້.

 

ເຂົ້າ​ຮ່ວມ​ໃນ​ພິທີ ແລະ ເປີດ​ການ​ນຳ​ໃຊ້​ບັດ​ໂດຍ ທ່ານ ດຣ. ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​

ນຳ​ວຽກ ງານ​ເສດຖະກິດ​ມະຫາ​ພາກ ແລະ ບໍລິການ; ທ່ານ ດຣ. ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ

​ເງິນ; ທ່ານ ສົມ​ພາວ ໄຟ​ສິດ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ, ພ້ອມດ້ວຍ​ບັນດາ​ທ່ານ​ລັດຖະມົນຕີ​ວ່າການ,

ຊ່ວຍ​ວ່າການ ແລະ ພະນັກ​ງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ທ່ານ ດຣ. ລຽນ ທິ​ແກ້ວ ກ່າວ​ລາຍ​ງານ​ວ່າ:ໄລຍະ​ຜ່ານ​ມາ​ກົນ​ໄກ​ການ​ຄຸ້ມຄອງ​ການ​ເກັບ​ລາຍ​ຮັບ​ ພາສີ-ອາກອນ

ຢູ່​ດ່ານ​ພາສີ​ສາກົນ​ແມ່ນ​ຍັງ​ມີ​ຄວາມ​ສັບສົນ, ຫຼາຍ​ຂັ້ນ, ຫຼາຍ​ຂອດ​ຊັກ​ຊ້າ, ການ​ມອບ​ພັນທະ​ຂອງ​ຜູ້​ປະກອບ​ການ

ແມ່ນ​ຊຳລະ​ດ້ວຍ​ເງິນສົດ​ເປັນ​ ຈຳນວນຫຼວງຫຼາຍ  ຊຶ່ງ​ສ້າງ​ຄວາມ​ບໍ່​ສະດວກໃຫ້​ແກ່​ຜູ້​ປະກອບ​ການ, ເປັນ​ຊ່ອງ​ວ່າງ

ເຮັດ​ໃຫ້ການ​ຈັດ​ເກັບ​ລາຍ​ຮັບ​ພາສີ​ຕົກເຮ່ຍ​ເສຍ​ຫາຍ ແລະ ບໍ່​ເຂົ້າ​ງົບປະມານລວມ​ສູນ, ນອກ​ນັ້ນ ລະບົບ​ການ​ຕິດ

ຕາມກວດກາ, ການ​ລົງ​ບັນຊີ, ການ​ສົມທຽບ ແລະ ລາຍ​ງານ​ຕົວ​ເລກ​ລາຍ​ຮັບງົບປະມານ​ລະຫວ່າງ​ຄັງ​ເງິນ​ແຫ່ງ

ຊາດ ແລະ ພາສີ​ແມ່ນ​ບໍ່​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ.

 

ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ຄະນະວິຊາ​ການ​ກະຊວງ​ການ​ເງິນ ແລະ ທະນາ​ຄານ​ການ​ຄ້າ​ຕ່າງປະເທດ​ລາວ ໄດ້ປະ

ສານ​ສົມທົບ​ປຶກສາ​ຫາລື​ກ່ຽວ​ກັບການ​ປັບປຸງ​ກົນ​ໄກ​ການ​ຄຸ້ມ​ຄອງ​ ເກັບລາຍ​ຮັບ​ງົບປະມານ​ຢູ່​ດ່ານ​ພາສີ​ສາກົນ​

ໃຫ້​ມີ​ຄວາມ​ທັນ​ສະໄໝ, ບໍລິການ​ວ່ອງໄວ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ປະກອບ​ການ ແລະ ຫຼີກເວັ້ນ​ການ​ເຮັດ​

ວຽກ​ຊ້ຳ​ຊ້ອນ​ກັນ​ລະຫວ່າງ​ທະນາຄານ ແລະ ຄັງ​ເງິນ​ແຫ່ງ​ຊາດ ໂດຍ​ແມ່ນ​ທະ​ນາຄານ​ການ​ຄ້າ​ຕ່າງປະເທດ​ລາວ

ມະຫາຊົນ ມີ​ຄວາມ​ພ້ອມ​ໃຫ້​ບໍລິການ ແລະ ຄົ້ນຄວ້າ​ກົນ​ໄກ​ການ​ຄຸ້ມ​ຄອງ​ເກັບ​ລາຍ​ຮັບ ງົບປະມານ​ຢູ່​ດ່ານ​ພາສີ​

ສາກົນ​ຜ່ານ​ບັດ Smart Tax.

 

ການ​ນຳ​ໃຊ້​ບັດ​ດັ່ງກ່າວ​ແມ່ນ​ເພື່ອ​ໃຊ້​ແທນ​ເງິນສົດ, ເງິນ​ໂອນ ແລະ ແຊັກ​ຜ່ານລະບົບ​ທະນາຄານ​ໃນ​ການ​ຊຳລະ​

ພາສີອາກອນ ແລະ ພັນທະ​ອື່ນໆ, ສຳລັບ​ສິນຄ້າ​ເຄື່ອງ​ຂອງ​ທີ່​ສົ່ງ​ອອກ-ນຳ​ເຂົ້າຂອງ​ບຸກຄົນ, ນິຕິບຸກຄົນ ຫຼື ການ​

ຈັດຕັ້ງ​ຢູ່​ດ່ານ​ພາສີ​ສາກົນ; ການ​ຊຳລະໃນ​ຮູບ​ແບບ​ດັ່ງກ່າວ ຈະ​ຊ່ວຍ​ເຈົ້າ​ໜ້າທີ່ພາສີ​ປະຈຳ​ຢູ່​ດ່ານ​ບໍລິການ​ວ່ອງ

ໄວ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ຜູ້​ປະກອບ ການ​ໃນ​ການ​ມອບ​ພັນທະ, ປະຢັດ​ເວລາ, ຮັບປະກັນ​ຄວາມ​ຍຸດຕິ

​ທຳ, ທັນ​ສະໄຫມ, ໂປ່ງ​ໃສ ແລະ ກວດ​ສອບ​ໄດ້.

 

ເຈົ້າ​ໜ້າທີ່​ຂອງ​ທະນາຄານ​ການ​ຄ້າຕ່າງປະເທດ​ລາວ ມະຫາຊົນ ເປີດເຜີຍ​ວ່າ: ນີ້​ເປັນ​ການ​ເລີ່ມ​ຕົ້ນ​ສຳລັບ​ການ​

ນຳໃຊ້​ບັດ​ຊຳລະ​ພາສີ-ອາກອນ ແລະ ອື່ນໆຢູ່​ດ່ານ​ສາກົນ​ນະຄອນຫຼວງ​ວຽງ​ຈັນ, ແລ້ວ​ຈະ​ຄ່ອຍ​ພັດທະນາ​ໄປ​ແຂວງ

​ອື່ນໆ ໃນ​ຂອບ​ເຂດ​ທົ່ວ​ປະເທດ, ປະຈຸ​ບັນ​ທາງທະ​ນາຄານ​ມີ​ຄວາມ​ພ້ອມ​ສຳລັບ​ເຄື່ອງ​ດັ່ງກ່າວ​ຕາມ​ທີ່​ກະຊວງ​ການ

​ເງິນ​ຕ້ອງການ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ