Homeຂ່າວພາຍ​ໃນທົ່ວປະເທດມີແຮງງານລາວຂຶ້ນທະບຽນ ແລ້ວເກືອບ 70 ພັນຄົນ

ທົ່ວປະເທດມີແຮງງານລາວຂຶ້ນທະບຽນ ແລ້ວເກືອບ 70 ພັນຄົນ

Published on

ed1a8f9319ccbdc11189efc25b014827

 

ພາຍຫຼັງ​ທີ່​ເລີ່ມ​ຂຶ້ນ​ທະບຽນ​ແຮງງານ​ໃຫ້​ແກ່​ບັນດາ​ອ້າຍ​ນ້ອງ​ກຳ​ມະກອນ ​ທີ່ເຮັດ​ວຽກ​ຢູ່​ໃນ​ຂົງເຂດ​ທຸລະ​ກິດ,

ການ​ຜະລິດ ແລະ ການ​ບໍລິການ​ໃນຂອບ​ເຂດ​ທົ່ວ​ປະເທດ​ມາ​ແຕ່​ກາງ​ປີ 2012 ເປັນຕົ້ນ​ມາຮອດ​ຂະນະ​ນີ້​ມີ

ແຮງ​ງານ​ຂຶ້ນ​ທະບຽນ​ແລ້ວ​ເກືອບ 70 ພັນ​ຄົນ, ໃນ​ນີ້​ ຍິງ​ຫຼາຍ​ກວ່າ 30 ພັນຄົນ.

 

ອີງ​ຕາມ​ຂໍ້​ມູນ​ເປີດເຜີຍ​ຈາກ​ກົມ​ປົກປ້ອງ​ແຮງ​ງານ​ ສູນ​ກາງ​ສະຫະພັນ​ກຳມະ​ບານ​ລາວ​ຮູ້​ວ່າ: ພາຍຫຼັງ​ໄດ້​

ເລີ່ມການຈັດຕັ້ງ​ປະຕິບັດ​ຂຶ້ນ​ທະບຽນ​ແຮງງານ​ ໃຫ້​ແກ່​ບັນດາ​ອ້າຍນ້ອງ​ກຳ​ມະກອນ​ທີ່​ເຮັດ​ວຽກ​ຢູ່​ໃນຫົວ

ໜ່ວຍແຮງ​ງານ​ຕ່າງໆ​ໃນ​ຂອບ​ເຂດທົ່ວ​ປະເທດ​ມາ​ແຕ່​ວັນ​ທີ 25 ກໍລະກົດ 2012 ມາ​ຮອດ 11 ພະຈິກ 2014

ບັນລຸ​ແລ້ວ 68.599 ຄົນ, ຍິງ 32.298 ຄົນ, ໂດຍ​ຈຳນວນ​ກຳມະກອນ​ທີ່​ຂຶ້ນ​ທະບຽນ​ທັງ​ໝົດ​ນັ້ນ ​ແມ່ນ​ເຮັດ​

ວຽກ​ຢູ່​ຫົວໜ່ວຍ​ແຮງ​ງານ 1.730 ແຫ່ງ.

 

ກົມ​ປົກ​ປ້ອງ​ແຮງ​ງານ​ລະບຸ​ວ່າ: ການ​ຂຶ້ນ​ທະບຽນ​ດັ່ງກ່າວ​ຈະ​ຊ່ວຍ​ເປັນຖານ​ຂໍ້​ມູນ​ຊັ້ນ​ດີ​ໃນ​ການ​ເກັບ​ກຳ​ສະ

ຖິຕິ, ຕິດຕາມ​ການ​ເຄື່ອນ​ຍ້າຍ, ຮູ້​ປະຫວັດ, ການ​ສຶກ​ສາ ແລະ ລະດັບ​ເງິນເດືອນລວມ​ເຖິງ​ຂໍ້​ເສຍປຽບ​ໃນ​ເວ

ລາ​ເກີດ​ຂໍ້​ຂັດແຍ່ງ​ຂອງ​ກຳມະກອນ​ລາວ​ ທີ່​ເຮັດ​ວຽກຢູ່​ໃນ​ຂົງເຂດ​ທຸລະ​ກິດ​ຂອງ​ລັດ ແລະ ເອກະ​ຊົນ​ລາວ

ລວມ​ທັງ​ພາກ​ເອກະ​ຊົນ​ຂອງຕ່າງປະເທດ ​ທີ່​ເຂົ້າ​ມາ​ເຄື່ອນ​ໄຫວ​ທຸລະ ກິດ​ຢູ່ ສປປ ລາວ ຄຽງ​ຄູ່​ກັນ​ນັ້ນ ຍັງ​ຈະ

ເຮັດ​ໃຫ້​ບັນດາ​ແຮງ​ງານ​ລາວ​ໄດ້​ຮັບ​ຮູ້ພາລະ​ບົດບາດ​ຂອງ​ກຳມະບານ​ລາວ​ ຕໍ່ກຳມະກອນ​ຫຼາຍ​ຂຶ້ນ.

 

ໂດຍ​ມີ​ພຽງ​ແຕ່​ກຳມະກອນ​ທີ່​ເຮັດວຽກ​ຢູ່​ພາຍ​ໃນ​ປະເທດ​ເທົ່າ​ນັ້ນ ​ຈິ່ງມີ​ສິດ​ຮັບ​ປຶ້ມ​ທະບຽນ ຊຶ່ງ​ໄດ້​ມອບ​ໃຫ້

​ກຳມະ​ບານ​ສູນ​ກາງ, ນະຄອນຫຼວງ, ແຂວງ ແລະ ບັນດາ​ເມືອງ​ໃນ​ທົ່ວ​ປະເທດ​ເປັນຜູ້​ຈັດ​ຕັ້ງ​ປະຕິບັດ​ໃນ​ການ

​ອອກ​ປຶ້ມສ່ວນຂັ້ນ​ຕອນ​ການ​ປະກອບ​ເອກະສານ​ກ່ອນ ແຮງ​ງານ​ຄົນ​ໃດ​ຈະ​ໄດ້​ປຶ້ມ​ທະບຽນ​ກຳມະກອນ​ລາວ​

ນັ້ນ​ປະກອບ​ມີ: ຂຽນ​ໃບຄຳ​ຮ້ອງ​ຂໍ​ເຮັດ​ປື້ມ​ທະບຽນ 1 ຊຸດ, ມີໃບ​ຊີວະ​ປະຫວັດ​ຂອງ​ກຳມະກອນ​ລາວ 1 ຊຸດ,

ກຽມ​ປື້ມ​ສຳມະໂນ​ຄົວ ຫຼື ໃບຢັ້ງຢືນ​ຂອງ​ຜູ້ກ່ຽວ​ເອງ ຫຼື ໃບຢັ້ງຢືນຈາກ​ບໍລິສັດ, ໂຮງ​ຈັກ, ໂຮງງານ​ບ່ອນທີ່​ສັງ

ກັດ​ຢູ່​ຕິດ​ຄັດ​ມາ​ພ້ອມ 1 ຊຸດ, ແລະ ມີຄ່າ​ທຳນຽມ​ອອກ​ປື້ມ​ພຽງ 8 ພັນກີບ ໂດຍ​ມີ​ກຳນົດ​ນຳ​ໃຊ້​ດົນ​ເຖິງ 5 ປີ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...