ເປິດໂຮງງານຜະລິດ ລິບແຫ່ງທຳອິດໃນ ສປປ ລາວ

ເມື່ອວັນທີ 9 ມິຖຸນາຜ່ານມາທີ່ບ້ານໂນນແສງຈັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໂຮງງານຜະລິດລິບລາວ ຈຳກັດ ຢ່າງເປັນທາງການ.

ເປັນກຽດເຂົ້າຮ່ວມຂອງ ທ່ານນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ພັນທອງ ພັດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໄຊທານີ ທ່ານ ປອ ສີສະຫຼຽວ ສະແຫວງສຶກສາ ປະທານໂຮງງານຜະລິດລິບລາວ ຈຳກັດ ທ່ານ ພູວົງ ສີຫາປັນຍາ ຜູ້ອຳນວຍການໂຮງງານຜະລິດລິບລາວ ຈຳກັດ ມີບັນດາແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ປອ ສີສະຫລຽວ ໄດ້ກ່າວວ່າ ໂຮງງານຜະລິດລິບລາວແມ່ນໂຮງງານຜະລິດລິບແຫ່ງທຳອິດຂອງລາວໂຮງງານນີ້ໄດ້ນຳໃຊ້ສ່ວນປະກອບ ແລະ ເຕັກໂນໂລຊີຈາກເອີຣົບ ມໍເຕີ້ສັ່ງຈາກປະເທດອິຕາລີ ລະບົບປະຕູຈາກປະເທດແອັດສະປາຍ ແລະ ລະບົບຄວບຄຸມລິບຂຶ້ນ-ລົງຊຶ່ງເປັນເຕັກໂນໂລຊີຈາກປະເທດຝຣັ່ງ ມີລະບົບປ້ອງກັນປະຕູໜີບຜູ້ໂດຍສານ ຫຼື ສິ່ງຂອງດ້ວຍແຖບເຊັນເຊີ້ທີ່ບານປະຕູທັງສອງຂ້າງ ໂຮງງານແຫ່ງນີ້ແມ່ນການຮ່ວມລົງທຶນຂອງນັກທຸລະກິດລາວ 100%.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ