
ຂປລ. ທ່ານ ກິດສະໜາ ວົງໄຊ ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວ ໃຫ້ສຳພາດຕໍ່ບັນດາສື່ມວນຊົນ ໃນວັນທີ 30 ມິ ຖຸນາ 2015 ນີ້ ຢູ່ບໍລິສັດເບຍລາວວ່າ: ໃນການກຽມຄວາມພ້ອມເພື່ອກ້າວເຂົ້າສູ່ AEC ບໍລິສັດເບຍລາວ ໄດ້ວາງວິ ໄສທັດໄວ້ວ່າ ຈະຕ້ອງເປັນຜູ້ຊະນະ ແລະ ມີຜົນປະໂຫຍດ ໂດຍໄດ້ມີການກະກຽມແຜນການໃນ 3 ດ້ານ ຄື: ກຽມການ ໃສ່ຂະໜາດທຸລະກິດ, ລົງທຶນຢ່າງມີປະສິດທິຜົນ ເພື່ອຮອງຮັບການຂະຫຍາຍໂຕ ເປັນຕົ້ນ ເພີ່ມປະລິມານການຜະລິດ ເພື່ອຮອງຮັບ ແລະ ແຕກງ່າອອກໃນທຸລະກິດເຄື່ອງດື່ມ (Beverage Industry), ກຽມການໃສ່ປັບປຸງໂຄງສ້າງ ການຈັດຕັ້ງກະທັດລັດ, ປະສິດທິຜົນ, ສອດຄ່ອງ, ດັດປັບໄດ້ໄວ, ກ້າວໄປເຖິງຫລຸດຜ່ອນຈຳນວນຄົນ ເພື່ອເພີ່ມສະມັດ ຕະພາບ ແລະ ສຸດທ້າຍ ແມ່ນກຽມການບັນດາໂຄງການຍ່ອຍຕ່າງໆ ໃນການຫລຸດຕົ້ນທຶນໃນທຸກດ້ານ, ເພີ່ມສະມັດ ຕະພາບ, ປະສິດທິພາບ, ປັບປ່ຽນແບບແຜນວິທີທີ່ບໍ່ມີປະສິດທິຜົນ, ສຳຄັນແມ່ນຊອກຕະຫລາດໃໝ່ໆ ໃນຕ່າງປະເທດ ເພື່ອການສົ່ງອອກ.