spot_img
Homeນານາສາລະເນີຍຖົ່ວທາງເລືອກເພື່ອສຸຂະພາບ

ເນີຍຖົ່ວທາງເລືອກເພື່ອສຸຂະພາບ

Published on

20140108113030149

ຂຶ້ນ​ຊື່​ວ່າ​ເນີຍສາວໆບາງ​ຄົນ​ຕ້ອງ​ບໍ່​ເລືອກ​ກິນແນ່ນອນເພາະ​ວ່າ​ຢ້ານ​ຕຸ້ຍ​​ແຕ່​ສາວໆຮູ້​ບໍ​ວ່າ​ມັນ​ມີ​ເນີຍ​ຢູ່​ຊະນິດ​ໜຶ່ງ​ທີ່​ສາມາດ​ກິນ​ໄດ້ທັງ​ໃຫ້​ປະໂຫຍດ​ແລະ​ຊ່ວຍ​ຮັກ​ສາ​ສຸຂະ​ພາບນັ້ນ​ກໍ​ຄືເນີຍ​ຖົ່ວນັ້ນ​ເອ

ເນີຍ​ຖົ່ວເປັນ​ອາຫານ​ທີ່​ອຸດົມ​ໄປ​ດ້ວຍ​ໂປ​ຕີນເວລາ​ທີ່​ເຮົາ​ກິນເນີຍ​ຖົ່ວ​ນັ້ນເຮົາ​ຈະ​ຮູ້ສຶກ​ອີ່ມ​ທ້ອງ​ໄດ້​ດົນ​ຂຶ້ນເພາະ​ເນີຍ​ຖົ່ວ​ຈະ​ສາມາດຫ​ລຸດ​ຄວາມ​ຢາກ​ອາຫານ​ລົງ​ໄດ້ແທ້ໆແລ້ວ​ເນີຍ​ຖົ່ວ​ອາດຈະ​ເບິ່ງ​ມີ​ແຄ​ລໍ​ລີ່​ທີ່​ສູງແລະ​ມີ​ໄຂ​ມັນ​ຫລາຍແຕ່​ໄຂ​ມັນ​ທີ່​ຢູ່ໃນ​ເນີຍ​ຖົ່ວ​ນັ້ນເປັນ​ໄຂ​ມັນ​ດີ​ທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍເພາະ​ມັນ​ເປັນ​ໄຂ​ມັນ​ທີ່​ບໍ່​ອີ່ມ​ໂຕໄຂ​ມັນ​ພວກ​ນີ້​ຈະ​ເຂົ້າໄປ​ໃນ​ເສັ້ນ​ເລືອດ​ຂອງ​ເຮົາແລະ​ໄປ​ຈັບ​ກ້ອນ​ໄຂ​ມັນ​ໃນ​ເສັ້ນ​ເລືອດ​ທີ່​ຕົກ​ຄ້າງ​ຢູ່ຊຶ່ງ​ເມື່ອ​ເລືອດ​ຂອງ​ເຮົາ​ໄຫລ​ໄດ້​ຄ່ອງ​ຂຶ້ນ​ກໍ​ຈະ​ເຮັດໃຫ້​ຫລຸດ​ໂອ​ກາດ​ໃນ​ການ​ເປັນ​ພະຍາດ​ໄຂ​ມັນ​ອຸດ​ຕັນ​ໃນ​ເສັ້ນ​ເລືອດຫລຸດ​ໂອ​ກາດ​ໃນ​ການ​ເປັນ​ພະຍາດ​ຄວາມ​ດັນແລະພະຍາດ​ຫົວ​ໃຈ​ໄດ້ນໍາອີກ​

ເນີຍ​ຖົ່ວ​ນັ້ນ​ມີ​ປະໂຫຍດ​ຕໍ່​ສຸຂະພາບ​ຢ່າງ​ຫລວງຫລາຍເຮົາ​ສາມາດ​ນຳ​ມາ​ກິນ​ເປັນ​ອາຫານ​ເຊົ້າຫລື​ກິນ​ຫລິ້ນ​ກັບ​ຂະໜົມ​ປັງ​ແຄັກ​ເກີແລ້ວ​ຄຽງຄູ່​ໄປ​ກັບ​ການ​ອອກ​ກຳ​ລັງ​ກາຍແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ກິນ​ເນີຍ​ຖົ່ວ​ໃນ​ປະລິມານ​ຫລາຍໆໄດ້​ທຸກ​ມື້​ບໍ່​ເຊັ່ນ​ນັ້ນ​ແລ້ວ​ແຜນ​ການ​ຫລຸດ​ຄວາມ​ຕຸ້ຍ​ຕ້ອງ​ກາຍ​ເປັນ​ສູນ​ແນ່ນອນ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...