spot_img
Homeຂ່າວຕ່າງປະເທດເທດສະການງານບຸນ “ໂກເຣ ຮັບບາ” ໃນປະເທດອິນເດຍໄດ້ເລີ່ມຂຶ້ນແລ້ວ

ເທດສະການງານບຸນ “ໂກເຣ ຮັບບາ” ໃນປະເທດອິນເດຍໄດ້ເລີ່ມຂຶ້ນແລ້ວ

Published on

ໃນວັນທີ 8 ພະຈິກ 2021 ເວັບໄຊ້ຂອງຕ່າງປະເທດໄດ້ລາຍງານວ່າ: ມີຊາວອິນເດຍເພດຊາຍຫຼາຍກວ່າ 100 ຄົນ ໄດ້ອອກໄປຮ່ວມໃນງານບຸນ “ໂກເຣ ຮັບບາ” (Gore habba) ທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງເທດສະການທິວາລີ ຫຼື ປີໃໝ່ຂອງຊາວຮິນດູ ໂດຍເທດສະການນີ້ຖືກສືບທອດກັນມາເປັນເວລາຫຼາຍກວ່າ 400 ແລ້ວ.

ໃນງານບຸນນີ້ຖືກຈັດຂຶ້ນເປັນເວລາ 3 ມື້ຕິດຕໍ່ກັນ ນັບຕັ້ງແຕ່ວັນເສົາທີ 6 ພະຈິກ 2021 ເປັນຕົ້ນໄປ ໂດຍການນໍາເອົາຂີ້ງົວມາກອງກັນໄວ້ຢູ່ບໍລິເວນກາງໝູ່ບ້ານ ຈາກນັ້ນຜູ້ຮ່ວມງານແຕ່ລະຄົນກໍຈະອອກມາໂຍນຂີ້ງົວໃສ່ກັນຢ່າງມ່ວນຊື່ນ ຫຼັງຈາກ 1 ຊົ່ວໂມງຜ່ານໄປ ທຸກຄົນຈະແຍກຍ້າຍກັນໄປອາບນໍ້າແລ້ວໄປໄຫວ້ພະທີ່ວິຫານພະສີວະ. 

ຊາວອິນເດຍມີຄວາມເຊື່ອວ່າ ຂີ້ງົວເປັນສິ່ງສັກສິດທີ່ຊ່ວຍຮັກສາໂລກໄພ້ໄຂ້ເຈັບຕ່າງໆໄດ້ ເນື່ອງຈາກວ່າງົວເປັນພາຫະນະຂອງພະສີວະ ທີ່ເປັນໜຶ່ງໃນສັດສັກສິດທີ່ປະຊາຊົນເຄົາລົບນັບຖື ທຸກສິ່ງທຸກຢ່າງທີ່ອອກມາຈາກງົວແມ່ນລ້ວນເປັນສິ່ງສັກສິດ ແລະ ບໍລິສຸດ. 

ແຫຼ່ງຂ່າວ: Thairath 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...