spot_img
Homeເກາະຕິດກິລາຊີເກມເທຄວັນໂດ‬ ຝາກຄວາມຫວັງຫຼຽນຄຳໄວ້ທີ່ ພຸດທະສອນ ທໍາມະວົງ

ເທຄວັນໂດ‬ ຝາກຄວາມຫວັງຫຼຽນຄຳໄວ້ທີ່ ພຸດທະສອນ ທໍາມະວົງ

Published on

ທັບນັກກິລາເທຄວັນໂດທີມຊາດລາວ ຈຳນວນ18 ຄົນເດີນທາງເຖິງປະເທດສິງກະໂປເປັນືິ້ຮຽບຮ້ອຍແລ້ວດ້ວຍຄວາສະຫວັດດີພາບເພື່ອເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາຊີເກມຄັ້ງທີ 28, ເມື່ອຕອນແລງວັນທີ 8 ມິຖຸນາ ຜ່ານມາ ໂດຍເຂົ້າພັກທີ່ໂຮງແຮມແກຣນຄ໊ອບໂທຣພ້ອມຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ 1 ຫຼຽນຄຳ ຂະນະທີ່ ທ່ານຄູເຝິກເປີດເຜີຍວ່າ: ຄວາມຫວັງ 1 ຫຼຽນຄຳນັ້ນກໍ່ຝາກໄວ້ກັບປະເພດຕໍ່ສູ້ຮຸ່ນນ້ຳໜັກ 63 ກິໂລກຣາມ ທ້າວ ພຸດທະສອນ ທຳມະວົງ ເຈົ້າຂອງຫຼຽນຄຳ ຊີເກມ ຄັ້ງທີ 27 ທີ່ມຽນມາ ໃນປີ 2013.

ທ່ານ ກໍລະກົດ ສີເມືອງຊອງ ຄູເຝິກນັກກິລາເທຄວັນໂດທີມຊາດລາວ ຊຸດຊີເກມ ຄັ້ງທີ 28 ໄດ້ໃ້ຫສຳພາດທີ່ປະເທດສິງກະໂປເມື່ອຕອນເຊົ້າວັນທີ 10 ມິຖຸນາຜ່ານມາວ່າ: ສະຫະພັນເທຄວັນໂດແຫ່ງຊາດລາວສົ່ງຄະນະນຳ, ຄູເຝິກ, ກຳມະການຕັດສິນແລະນັກກິລາເຂົ້າຮ່ວມທັງໝົດ 18 ຄົນໃນນັ້ນ, ຄະນະນຳ 1 ທ່ານ, ກຳມະການຕັດສິນ 2 ທ່ານ, ຄູເຝິກ 3 ທ່ານແລະນັກກິລາ 12 ຄົນ, ໃນນີ້ ຈະສົ່ງນັກກິລາລົງຊີງໄຊທັງໝົດ 9 ລາຍການ, ປະເພດຟ້ອນປຸ່ມເຊ້ 3 ລາຍການຄື: ດ່ຽວຍິງ, ຄູ່ປະສົມແລະທີມຊາຍ.

ສ່ວນປະເພດຕໍ່ສູ້ມີ 6 ລາຍການ, ຍິງ 3 ລາຍການ, ສະເພາະເພດຊາຍໄດ້ແກ່ທ້າວສອນໄຊ ມັງເຄືອ ຮຸ່ນນ້ຳໜັກ 74 ກິໂລກຣາມ, ທ້າວພຸດທະສອນ ທຳມະວົງຮຸ່ນນ້ຳໜັກ 63 ກິໂລກຣາມທັງເປັນເຈົ້າຂອງຫຼຽນຄຳງານມະຫາກຳກິລາຊີເກມຄັ້ງທີ 27 ທີ່ປະເທດມຽນມາໃນປີ 2013 ແລະ ທ້າວສົມສະໜຸກ ພົມມະວັນ ຮຸ່ນນ້ຳໜັກ 68 ກິໂລກຣາມ, ຂະນະທີ່ເພດຍິງປະກອບມີນາງອາລິສາ ປັນຍາສິຣິ ຮຸ່ນນ້ຳໜັກ 49 ກິໂລກຣາມ, ນາງສອນສະຫວັນ ສິລິມະໂນທຳ ຮຸ່ນນ້ຳໜັກ 57 ກິໂລກຣາມ ແລະ ນາງທິດາສະຫວັນ ສົດທະຈິດ ຮຸ່ນນ້ຳໜັກ 62 ກິໂລກຣາມ.

ທ່ານຄູເຝິກກ່າວອີກວ່າ: ສຳລັບການເຂົ້າຮ່ວມງານກິລາຊີເກມຄັ້ງທີ 28 ທາງສະຫະພັນກິລາເທຄວັນໂດແຫ່ງຊາດລາວຕັ້ງເປົ້າຈະພະຍາຍາມໃຫ້ນັກກິລາເຮົາສູ້ຊົນຍາດໃຫ້ໄດ້ 1 ຫຼຽນຄຳຈາກປະເພດຕໍ່ສູ້ຄື: ທ້າວພຸດທະສອນ ທຳມະວົງ ຮຸ່ນນ້ຳໜັກ 63 ກິໂລກຣາມທີ່ເຄີຍສ້າງຜົນງານຍາດໄດ້ຫຼຽນຄຳໃນຊີເກມຄັ້ງທີ 27 ທີ່ມຽນມາໃນປີ 2013, ສຳລັບກິລາເທຄວັນໂດແມ່ນຈະເລີ່ມທຳການແຂ່ງຂັນຢ່າງເປັນທາງການໃນລະຫວ່າງວັນທີ 12-14 ມິຖຸນານີ້ທີ່ສະໜາມສິງກະໂປເອັກໂກຫຼືເອັກໂປຮອລ 2 ໂດຍມີນັກກິລາເຂົ້າຮ່ວມທັງໝົດ 104 ຄົນຈາກ 11 ປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປເຈົ້າພາບ, ໄທ, ຕີມໍເລສເຕ ແລະຫວຽດນາມ.

11377185_1637815099764997_4270983768926624673_n

ແຫຼ່ງຂ່າວ: ໜັງສືພິມສຶກສາ ແລະ ກິລາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...