spot_img
Homeຂ່າວພາຍ​ໃນເຕືອນອີກ! ລະວັງອາຫານມີນ້ຳຢາດອງສົບ ວາງຂາຍຕາມທ້ອງຕະຫຼາດ!!

ເຕືອນອີກ! ລະວັງອາຫານມີນ້ຳຢາດອງສົບ ວາງຂາຍຕາມທ້ອງຕະຫຼາດ!!

Published on

 

ຂະແໜງລ້ຽງສັດ ແລະ ການປະມົງ ອອກມາເຕືອນໃຫ້ສັງຄົມກໍຄືຜູ້ບໍລິໂພກ ມີສະຕິລະວັງຕົວໃນການຊື້ອາຫານ

ທະເລ, ພືດຜັກ ແລະ ໝາກໄມ້ ທີ່ວາງຂາຍຕາມທ້ອງຕະຫລາດ ທັງຢູ່ຕົວເມືອງ ແລະ ບັນດາແຂວງຕ່າງໆ, ເນື່ອງ

ຈາກອາຫານຫລາຍປະເພດ ມີການນຳໃຊ້ສານກັນບູດ ຫລື ຟອກໂມນ ພຽງເພື່ອໃຫ້ຄົງຄວາມສົດໄວ້ດົນ, ແຕ່ບໍ່

ໄດ້ຄິດເຖິງຄວາມອັນຕະລາຍຂອງຜູ້ບໍລິໂພກ.

 

ທ່ານນາງ ພັດສະລີ ພິດສະໄໝ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ໃຫ້ຮູ້ວ່າ: ຜ່ານການລົງກວດກາເມື່ອ

ເດືອນກໍລະກົດຜ່ານມານັ້ນ, ໄດ້ພົບເຫັນການນຳໃຊ້ສານເຄມີປົນເປື້ອນເກີນມາດຖານ ໃນອາຫານຫລາຍຊະນິດ

ແລະ ໄດ້ສັ່ງໃຫ້ມີການທຳລາຍຖິ້ມ, ປັດຈຸບັນ ຂະແໜງການກ່ຽວຂ້ອງ ພວມສັ່ງຢາກວດສານເຄມີດັ່ງກ່າວເພື່ອ

ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຢູ່ແຕ່ລະເມືອງ ເພື່ອສືບຕໍ່ດຳເນີນການກວດຢ່າງເຂັ້ມງວດ ເນື່ອງຈາກການນຳໃຊ້

ສານເຄມີດັ່ງກ່າວເກີນມາດຕະຖານນັ້ນ ເປັນອັນຕະລາຍຢ່າງຮ້າຍແຮງຕໍ່ສຸຂະພາບຂອງຄົນ ກໍຄືຜູ້ບໍລິໂພກ.

 

ເຊິ່ງຜົນການກວດກາ 17 ຕົວຢ່າງ ທີ່ສົງໄສມີສານເຄມີປົນເປື້ອນໃນຕະຫລາດໃຫຍ່ສາມແຫ່ງຄື ຕະຫລາດໜອງ

ຈັນ, ໂພນສະຫວ່າງ ແລະ ທາດຫລວງ ພົບການນຳໃຊ້ສານກັນບູດໃນອາຫານ ຈຳນວນ 6 ຕົວຢ່າງເຊັ່ນ: ປາມຶກ

ແຊ່ສົດ ແລະ ຊິ້ນສ່ວນສັດເຊັ່ນ: ຍໍ່ງົວ-ຄວາຍ, ຕັບ, ປອດ, ຫົວໃຈ ແລະ ຊິ້ນສ່ວນສັດປີກ ທີ່ນຳເຂົ້າຈາກຕ່າງປະ

ເທດ. ສຳລັບໝາກໄມ້ສ່ວນຫລາຍແມ່ນກວດພົບໃນໝາກລິ້ນຈີ່, ໝາກໂປມ, ໝາກກ້ຽງ, ສ່ວນພືດຜັກ ແມ່ນ

ໝາກຖົ່ວຍາວ, ຜັກກາດ, ໜໍ່ໄມ້ປິດ ແລະ ອື່ນໆ ໂດຍເຈົ້າໜ້າທີ່ໄດ້ນຳໄປທຳລາຍຖິ້ມທັງໝົດ, ພ້ອມຕັກເຕືອນ

ບໍ່ໃຫ້ມີການກະທຳອີກຕໍ່ໄປ ຫາກກວດພົບອີກຈະດຳເນີນການລົງໂທດຕາມກົດໝາຍ.

 

ແນວໃດກໍຕາມ, ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງກ່າວວ່າ: ການຫລີກເວັ້ນສານກັນບູດໃນອາຫານອາດ

ເປັນເລື່ອງຍາກ, ແຕ່ເພື່ອຮັບປະກັນໄດ້ວ່າ ອາຫານທີ່ພວກເຮົາຊື້ຈະບໍ່ມີສານດັ່ງກ່າວເຈືອປົນນັ້ນ, ຜູ້ບໍລິໂພກຄວນ

ສັງເກດລັກສະນະຂອງອາຫານ ວ່າມີຄວາມແຕກຕ່າງຈາກປົກກະຕິ ຫລືບໍ່ ໂດຍສະເພາະແມ່ນອາຫານທະເລ, ເຄື່ອງ

ໃນສັດ ແລະ ຊິ້ນສ່ວນສັດປ່າ ຫາກບໍ່ມີແມງວັນຕອມແມ່ນມີຄວາມສ່ຽງສູງໃນການນຳໃຊ້ສານກັນບູດ.

 

ສຳລັບສານກັນບູດ ແມ່ນສານຊະນິດໜຶ່ງທີ່ທາງການແພດໄດ້ນຳໃຊ້ໃນການດອງສົບ ບໍ່ໃຫ້ເນົ່າເປື່ອຍ, ໃຊ້ຂ້າເຊື້ອພະ

ຍາດ, ຂ້າ ເຊື້ອລາ ແລະ ເຮັດຄວາມສະອາດໃນຫ້ອງຄົນເຈັບ ແລະ ນຳໃຊ້ໃນອຸດສາຫະກຳ ອື່ນໆ. ສ່ວນການນຳໃຊ້ສານ

ດັ່ງກ່າວໃສ່ໃນອາຫານ ແມ່ນຈະມີຜົນກະທົບຕໍ່ສຸຂະພາບ ແລະ ອາດເສຍຊີວິດໄດ້ໃນທີ່ສຸດ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...