spot_img
Homeຂ່າວພາຍ​ໃນເດັກອາຍຸ 14 ປີ ຂ້ານັກທຸລະກິດ​ຈີນ ຢູ່​ເມືອງ​ຈຳ​ພອນ ​ຍ້ອນຢາກໄດ້ ໄອໂຟນ 5s ແລະ ລົດຈັກ CBR!

ເດັກອາຍຸ 14 ປີ ຂ້ານັກທຸລະກິດ​ຈີນ ຢູ່​ເມືອງ​ຈຳ​ພອນ ​ຍ້ອນຢາກໄດ້ ໄອໂຟນ 5s ແລະ ລົດຈັກ CBR!

Published on

killer

ກອງ​ບັນຊາ​ການ ປກສ ​ແຂວງ​ສະຫວັນ​ນະ​​ເຂດໃຫ້​ຮູ້​ວ່າ: ທ້າວ ​ເມກ​ສະ​ໝອນ ​ແລະ ນາງ ພອນ​ໄຊ ທັງ​ສອງ​ຢູ່​ບ້ານ​ແກ້ງ​ກອກທົ່ງ ​ແລະ ​ແກ້ງ​ກອກ​ເໜືອ, ​ເມືອງ​ຈຳ​ພອນ ​​ແຂວງ​ສະຫວັນ​ນ​ະ​ເຂດ ຊຶ່ງ​ຄະດີ​ດັ່ງກ່າວ​ ເກີດ​ຂຶ້ນ​ເມື່ອ​ວັນ​ທີ 18 ຕຸລາ​ຜ່ານ​ມາ​ນີ້, ທ້າວ​ ​ເມກສະ​ໝອນ ອາຍຸ 14 ປີ ນັກຮຽນ ​ໄດ້​ໃຊ້​ມີດ 2 ດວງ ​ເຂົ້າ​ໄປ​ຫ້ອງ​ຄົນ​ຈີນ ຊື່​ທ້າວ ຊຽງ​ລິນ​ເຊົາ ​ເຊິ່ງ​ເປັນ​ນັກທຸລະກິດ​ທີ່​ມາ​ຄ້າຂາຍ​ຢູ່​ບ້ານ​ດັ່ງກ່າວ, ​ໃນ​ຂະນະ​ພວມ​ນອນ​ຫລັບ​ຢູ່​ຜູ້​ດຽວ ​ແລ້ວ​ເດັກ​ຜູ້​ນັ້ນ ​ໄດ້​ໃຊ້​ມີດ​ດັ່ງກ່າວ​ ຄາດ​ຕະກຳຈົນ​ເສຍ​ຊີວິດ ​ແລ້ວ​ກໍ​ໄປ​ເອີ້ນ​ເອົາ​ ນາງ ພອນ​ໄຊ ຫລື ລີ້ ​ເພື່ອ​ມາ​ງັດ​ເອົາ​ເງິນ​ໃນ​ຕູ້​ນີລະ​ໄພ (ຕູ້​ເຊັບ) ​ໄດ້​ເງິນສົດ​ຈຳ​ນວນ 74 ລ້ານ​ກວ່າ​ກີບ ​ແລະ ​ເງິນ​ບາດ​ໄທ 331.900 ບາດ ພ້ອມ​ໂທລະສັບ​ມື​ຖື​ໄອ​​​​​​ໂຟນ 5s 1 ໜ່ວຍ ​ແລ້ວ​ພວກ​ກ່ຽວທັງ​ສອງ​ ໄດ້​ນຳ​ເງິນ ​ແລະ ມີດ​ທີ່​ໃຊ້​ຄາດ​ຕະກຳ​ນັ້ນ ​ໄປ​ຝັງ​ດິນ​ໄວ້​ຢູ່​ທົ່ງ​ນາ​ຂ້າງ​ເຮືອນ​ ທ້າວ ​ເມກ​ສະ​ໝອນ ​ເພື່ອອຳພາງ​ຄະດີ.

ຜ່ານ​ການ​ສືບສວນທັງ​ສອງ​ຮັບ​ສາລະ​ພາ​ບວ່າ: ​ໄດ້​ຮ່ວມກັນ​ວາງ​ແຜນ​ຄາດ​ຕະກຳ ນັກທຸລະກິດ​ໂຊກ​ຮ້າຍ​ຄົນ​ນີ້ ມາ​ກ່ອນ​ແລ້ວ ​ເພື່ອ​ຢາກ​ໄດ້​ໂທລະສັບ​ໄອ​​ໂຟນ 5s, ລົດຈັກ CBR ​ແລະ ​ເງິນ​ຄຳ​ໄປ​ໃຊ້​ຈ່າ​ຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...