spot_img
Homeຂ່າວຕ່າງປະເທດເດັກຊາຍໄວ 15 ປີ ຫຼິ້ນເກມຫຼາຍຈົນເປັນອຳມະພາດ

ເດັກຊາຍໄວ 15 ປີ ຫຼິ້ນເກມຫຼາຍຈົນເປັນອຳມະພາດ

Published on

ເມື່ອວັນທີ 9 ກໍລະກົດ 2020 ທີ່ຜ່ານມາ ເວັບໄຊ ເດລີເມລ ລາຍງານວ່າ ທ້າວ ສຽວປິນ ອາຍຸ 15 ປີ ມີພຶດຕິກຳຕິດເກມຮຸນແຮງ ໃນໄລຍະ 1 ເດືອນ ເຂົາໄດ້ຫຼິ້ນເກມໃນຄອມພິວເຕີເປັນເວລາຫຼາຍຊົ່ວໂມງຕໍ່ວັນ ຈົນບໍ່ໄດ້ຫຼັບບໍ່ໄດ້ນອນ ແລະ ໃນທີ່ສຸດຮ່າງກາຍຂອງເຂົາກໍ່ຮັບບໍ່ໄຫວ ຈົນເຖິງຂັ້ນໝົດສະຕິ.

ແມ່ຂອງທ້າວ ສຽວປິນ ໄດ້ພາລູກຊາຍໄປທີ່ໂຮງໝໍ ເມືອງໜານໝິງ ແລະ ໄດ້ເປີດເຜີຍວ່າ ໃນໄລຍະກັກໂຕໂຄວິດ-19 ໂຮງຮຽນປິດ ລູກຊາຍໄດ້ໃຊ້ເວລາສ່ວນຫຼາຍຢູ່ໃນຫ້ອງນອນ ປິດປະຕູໄວ້ເພື່ອບໍ່ໃຫ້ພໍ່ແມ່ເຂົ້າໃນຫ້ອງ ແລະ ກໍ່ໄດ້ບອກພໍ່ແມ່ວ່າຕົນຮຽນອອນລາຍ ກ່ອນທີ່ພໍ່ແມ່ຈະມາຮູ້ຄວາມຈິງວ່າລູກຂອງພວກເຂົາຫຼິ້ນເກມຄອມພິວເຕີ ຫຼິ້ນເກມດົນເຖິງມື້ລະ 22 ຊົ່ວໂມງ ແລະ ນອນພັກແຕ່ 2 ຊົ່ວໂມງເທົ່ານັ້ນ.

ພາຍຫຼັງແພດໄດ້ເຮັດການຊີທີສະແກນກໍ່ພົບວ່າ ທ້າວ ສຽວປິນມີພາວະຂອງໂຣກຫຼອດເລືອດສະໝອງ ສົ່ງຜົນໃຫ້ສູນເສຍຄວາມຮູ້ສຶກທີ່ແຂນ ແລະ ມືເບື້ອງຊ້າຍ ບໍ່ສາມາດເໜັງຕີງໄດ້ ໂດຍທາງ ດຣ. ຫຼີ ຜູ້ຊ່ຽວຊານໂຣກທາງສະໝອງ ແລະ ລະບົບປະສາດກ່າວວ່າ: ອາການດັ່ງກ່າວເປັນຜົນມາຈາກວິຖີການດຳນີນຊີວິດທີ່ຜິດປົກກະຕິ ທັງພຶດຕິກຳຕິດເກມ ລວມໄປເຖິງການກິນ ແລະ ການນອນທີ່ມຳລາຍສຸຂະພາບດຍກົງ ການຂາດສານອາຫານ ແລະ ການຂາດພັກຜ່ອນ ເຮັດໃຫ້ເລືອດ ແລະ ອົກຊີເຈນໃນສະໝອງຫຼຸດລົງ ເລືອດບໍ່ສາມາດໄຫຼວຽນໄປທີ່ສະໝອງໄດ້.

ພາຍຫຼັງທີ່ເກີດເຫດການດັ່ງກ່າວ ທ້າວ ສຽວປິນ ໄດ້ເຂົ້າຮັກສາ ແລະ ກະຍາພາບບຳບັດທີ່ໂຮງໝໍຢ່າງຕໍ່ເນື່ອງ ໂດຍທີມແພດຜູ້ດູແລລະບຸວ່າ ມັນເປັນເລື່ອງຍາກທີ່ຈະບອກໄດ້ວ່າທ້າວ ສຽວປິນ ຈະກັບມາຫາຍດີເປັນປົກກະຕິໄດ້ ຫຼື ບໍ່.

 

ຮຽບຮຽບຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...