spot_img
Homeຂ່າວການສຶກສາເດັກກ່ອນໄວຮຽນ ໄດ້ຮັບການດູແລຈາກໂຮງລ້ຽງເດັກຫຼາຍຂຶ້ນ

ເດັກກ່ອນໄວຮຽນ ໄດ້ຮັບການດູແລຈາກໂຮງລ້ຽງເດັກຫຼາຍຂຶ້ນ

Published on

        ກະຊວງສຶກສາທິການ ແລະ ກິລາໃຫ້ຮູ້ວ່າ:ປັດຈຸບັນຕົນໄດ້ມີການຈັດຕັ້ງປະ ບັດການສຶກສາກ່ອນໄວຮຽນໃນທົ່ວ ປະເທດດວ້ຍຮູບແບບຕ່າງໆ, ເຮັດໃຫ້ເດັກ ກ່ອນໄວຮຽນທີມີອາຍຸ 0-2 ປີໄດ້ເຂົ້າຮັບການດູແລ ແລະ ພັດທະນາຫຼາຍຂຶ້ນໃນ ເຮືອນລ້ຽງເດັກ, ເດັກອະຍຸ 3 -5 ປີໄດ້ເຂົ້າຮັບການດູແລຈາກໂຮງຮຽນອະນຸບານ, ຫ້ອງກຽມປະຖົມທັງໂຮງຮຽນພາກລັດ ແລະ ເອກະ ຊົນ, ມັນສະແດງອອກໃຫ້ເຫັນ ໂດຍຜ່ານຈຳນວນໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານເພີ່ມ ຂຶ້ນ ແລະ ຄາດ ວ່າຮອດປີ 2015 ເດັກກ່ອນໄວຮຽນທີ່ມີອາຍຸ 0-2 ປີຈຳນວນ 21.591 ຈະໄດ້ເຂົ້າ ຮັບການດູແລດ້ານການສຶກ, ພ້ອມນັ້ນກໍ ຈະເຮັດໃຫ້ອັດຕາການເຂົ້າຮຽນສຸດທິຂອງຊັ້ນປະຖົມ້ເພີ່ມເປັນ 98% ເພື່ອບັນລຸ ຄາດໝາຍດັ່ງກ່າວຂະແໜງສຶກ ສາໄດ້ຈັດຕັ້ງ ປະຕິບັດທົດລອງ ແຜນກະກຽມຄວາມພ້ອມທາງ ດ້ານການຮຽນສຳລັບເດັກອາ ຍຸ 5 ປີໃນຊຸມຊົນ ແລະ ບ້ານທີ່ບໍ່ມີ ໂຮງໂຮງ ອະນຸບານ, ຫ້ອງກຽມ ປະຖົມເຂດຢູ່ຫ່າງໄກສອກຫຼີກ, ຊຶ່ງເດັກກ່ອນໄວຮຽນ
ບາງຂົງເຂດທີ່ດ້ອຍໂອກາດໄດ້ຮັບການສົ່ງເສີມ ການຮຽນຮູ້ຂັ້ນຕົ້ນໃຫ້ ເດັກມີການຂະຫຍາຍຕົວ, ພັດທະນາທາງດ້ານ ຮ່າງ ກາຍ ແລະ ຈິດໃຈ ແລະ ໃຫ້ຄວາມຮູ້ເບື້ອງຕົ້ນກ່ຽວກັບການເວົ້າ, ການຂຽນ, ການອ່ານ, ການເບິ່ງ, ການແຕ້ມ, ຮູ້ຮັກພໍ່ແມ່, ຄູ ແລະ ອື່ນໆ, ເພື່ອສ້າງໃຫ້ເດັກມີພອນສະ ຫວັນ, ທັງເປັນການປູກຈິດສຳນຶກໃຫ້ເດັກຮັກການຮຽນ, ກຽມພ້ອມເຂົ້າຮຽນ ຊັ້ນປະຖົມສຶກສາ, ພ້ອມນັ້ນກໍໄດ້ປະຕິບັດ ແຜນງານຄຸນະພາບໂຮງຮຽນ, ແຜນການປຸກສ້າງ ແລະ ສ້ອມແປງໂຮງຮຽນ ແລະ ຕອບສະໜອງອຸປະກອນການສຶກສາ, ສະໜອງເງິນບໍລິຫານໂຮງຮຽນ ແລະ ແຜນງານສ້າງຄວາມອາດສາມາດໃຫ້ແກ່ຜູ້ບໍ ລິຫານການສຶກສາທຸກລະດັບເຮັດໃຫ້ ການຈັດຕັ້ງປະຕິບັດໜ້າທີ່ມີປະສິດທິພາບດີຂຶ້ນ.

ທີ່ມາ http://laophatthananews.blogspot.com/2014/05/blog-post_6233.html

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...