spot_img
Homeຂ່າວຕ່າງປະເທດເດລີ່ເມວອອກມາຊີ້ແຈ້ງພາຍຫຼັງໄດ້ລາຍງານວ່າມະຫາວິທະຍາໄລບອສຕັນທົດລອງເຊື້ອໂຄວິດຊະນິດໃໝ່

ເດລີ່ເມວອອກມາຊີ້ແຈ້ງພາຍຫຼັງໄດ້ລາຍງານວ່າມະຫາວິທະຍາໄລບອສຕັນທົດລອງເຊື້ອໂຄວິດຊະນິດໃໝ່

Published on

ມະຫາວິທະຍາໄລບອສຕັນ ໄດ້ຮຽກສຳນັກຂ່າວ ເດລີ່ເມວ ພາຍຫຼັງທີ່ໄດ້ອອກຂ່າວວ່າ ຫ້ອງທົດລອງໃນອາເມຣິກາໄດ້ທົດລອງໄວຣັສໂຄວິດສາຍພັນໃໝ່ຫຼ້າສຸດ ທີ່ເຮັດໃຫ້ຜູ້ຕິດເຊື້ອມີອັດຕາການເສຍຊີວິດເຖິງ 80%.

ໃນວັນ ທີ 18 ຕຸລາ 2022 ສຳນັກຂ່າວ ເດລີ່ເມວ ລາຍງານວ່າ ອ້າງອີງຈາກຄຳເປີດເຜີຍຂອງສາສະດາຈານ ຊາມູເອວ ຊາປີລາ ນັກວິທະຍາສາດຊັ້ນນຳຂອງ ລັດຖະບານອິສລາເອວ ທີ່ກ່າວປະນາມນັກວິໄຈຂອງຫ້ອງທົດລອງທາງວິທະຍາສາດມະຫາວິທະຍາໄລບອສຕັນ ຂອງປະເທດອາເມຣິກາ ທີ່ໄດ້ທົດລອງເຊື້ອໄວຣັສໂຄວິດ ແລ້ວທົດລອງກັບໜູຈຳນວນ 10 ໂຕ ທີ່ໄດ້ຮັບເຊື້ອໄວຣັສສາຍພັນໃໝ່ທີ່ທົດລອງນີ້ ປາກົດວ່າໜູໄດ້ຕາຍໄປ 8 ໂຕ ອິດເປັນອັດຕາການເສຍຊີວິດ 80%.

ໃນມື້ດຽວກັນ ພາຍຫຼັງທີ່ໄດ້ອອກຂ່າວມາແນວນັ້ນ ມະຫາວິທະຍາໄລບອສຕັນກໍໄດ້ອອກມາຖະແຫຼງວ່າ ຂ່າວນີ້ “ບໍ່ມີມູນຄວາມຈິງ” ແລະ ບັນດາຫົວໜ້າຫ້ອງທົດລອງໃນໂຮງຮຽນກໍໄດ້ກ່າວວ່າ ພວກເຂົາພົບເຊື້ອໂຄວິດຊະນິດໃໝ່ແທ້ ແຕ່ວ່າມັນອັນຕະລາຍໜ້ອຍກວ່າ.

ມະຫາວິທະຍາໄລບອສຕັນ ກ່າວຕື່ມວ່າ ງານວິໄຈໃນເທື່ອນີ້ ບໍ່ໄດ້ມີຜົນປະໂຫຍດຫຍັງຕໍ່ພວກເຂົາ ແລະ ພວກເຂົາບໍ່ໄດ້ຕ້ອງການຂະຫຍາຍສາຍພັນໂຄວິດແຕ່ຢ່າງໃດ ອັນທີ່ຈິງ ການວິໄຈນີ້ເຮັດໃຫ້ໄວຣັສນັ້ນອັນຕະລາຍໜ້ອຍລົງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...