ເຊີນທ່ຽວຊົມງານບຸນຊ່ວງເຮືອແພປະເພນີທີ່ເມືອງດາກຈຶງ

ເຊີນທ່ຽວຊົມງານບຸນຊ່ວງເຮືອແພປະເພນີທີ່ ອ່າງຫ້ວຍປຼີງ ເມືອງດາກຈຶງ ແຂວງເຊກອງ, ພິທີດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 30ເມສາ ຫາ ວັນທີ 1 ພຶດສະພາ 2016 ນີ້ ແລະ ຄາດວ່າປີນີ້ຈະມີຄວາມມ່ວນຊື່ນ ແລະ ຄືກຄື້ນກວ່າປີຜ່ານມາເພາະມີຄະນະເຮືອແພ ແລະ ເຮືອກາບເຂົ້າຮ່ວມການແຂ່ງຂັນຫຼາຍກວ່າເກົ່າ,ຈາກນັ້ນໃນຕອນຄ່ຳຄືນຂອງວັນດັ່ງກ່າວທ່ານຍັງຈະໄດ້ຄວາມເບີກບານມ່ວນຊື່ນຂອງວົງດົນຕຣີ ໜຸ່ມ ກິເປ່ມ ທີ່ເດີນທາງມາຈາກແຂວງ ສາລະວັນ.

ພາບ-ຂ່າວ: ໝອກເມືອງໃຕ້ ແລະ ສຳນັກຂ່າວສານປະເທດລາວ