Homeຂ່າວຕ່າງປະເທດກຳປູເຈຍແລ້ງໜັກສຸດ ໃນຮອບ 40 ປີ! ຜູ້ນຳປະເທດ ຮຽກຮ້ອງລະດົມກຳລັງ ໃຫ້ການຊ່ວຍເຫລືອ!

ກຳປູເຈຍແລ້ງໜັກສຸດ ໃນຮອບ 40 ປີ! ຜູ້ນຳປະເທດ ຮຽກຮ້ອງລະດົມກຳລັງ ໃຫ້ການຊ່ວຍເຫລືອ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ເມສາຜ່ານມານີ້ວ່າ ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ອອກມາຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ລະດົມກຳລັງໃຫ້ການຊ່ວຍເຫລືອ ແກ້ໄຂສະພາບໄພແຫ້ງແລ້ງ ຄັ້ງຮຸນແຮງທີ່ສຸດໃນຮອບ 40 ປີ ທີ່ເຮັດໃຫ້ 2/3 ຂອງຈຳນວນແຂວງທັງໝົດ 25 ແຂວງທົ່ວປະເທດ ກຳລັງຂາດແຄນນ້ຳດື່ມ ແລະ ສິ່ງຈຳເປັນອື່ນໆ.

ທ່ານ ຮຸນແຊນ ໄດ້ກ່າວວ່າ ໄດ້ສັ່ງໃຫ້ເຈົ້າແຂວງທຸກແຂວງທີ່ປະສົບໄພແລ້ງ ໃຫ້ການຊ່ວຍເຫລືອປະຊາຊົນ ແທນການເຂົ້າຮ່ວມກອງປະຊຸມຢູ່ເມືອງຫລວງ ແລະ ໄດ້ຈັດຕັ້ງຄະນະຊີ້ນຳລະດັບຊາດຂຶ້ນ ເພື່ອເຮັດທຸກສິ່ງທີ່ສາມາດເຮັດໄດ້ ສຳລັບເຮັດໃຫ້ແນ່ໃຈວ່າ ປະຊາຊົນມີນ້ຳກິນ-ນ້ຳໃຊ້ຢ່າງພຽງພໍ, ພ້ອມທັງຮ້ອງຂໍຄວາມຊ່ວຍເຫລືອ ຈາກບັນດາຜູ້ຜະລິດນ້ຳດື່ມ ແລະ ພາກສ່ວນອື່ນໆ ໃຫ້ການບໍລິຈາກນ້ຳ ແລະ ເງິນ ສຳລັບຜູ້ທີ່ຂາດແຄນ.

ທັງນີ້ ບັນດາປະເທດຕ່າງໆ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ກຳລັງປະສົບກັບໄພແຫ້ງແລ້ງ ຄັ້ງຮຸນແຮງທີ່ສຸດ ໃນຮອບຫລາຍສິບປີ ໂດຍນັກວິທະຍາສາດໄດ້ລະບຸວ່າ ສະຖານະການທີ່ເກີດຂຶ້ນ ແມ່ນເປັນຜົນພວງມາຈາກ ປະກົດການເອວນິໂຢ ທີ່ເຮັດໃຫ້ເກີດມີສະພາບອາກາດຮ້ອນ ແລະ ແຫ້ງແລ້ງຫລາຍກວ່າປົກກະຕິ.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...