Homeຂ່າວຕ່າງປະເທດພະນັກງານການບິນຢູ່ຣັດເຊຍ ບໍ່ພໍໃຈຖືກໄລ່ອອກ ໃຊ້ລົດຈົກທຳລາຍເຮືອບິນເສຍຫາຍ! (ເບິ່ງຄລິບ)

ພະນັກງານການບິນຢູ່ຣັດເຊຍ ບໍ່ພໍໃຈຖືກໄລ່ອອກ ໃຊ້ລົດຈົກທຳລາຍເຮືອບິນເສຍຫາຍ! (ເບິ່ງຄລິບ)

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ເມສານີ້ວ່າ ພະນັກງານຂອງສະໜາມບິນແຫ່ງໜຶ່ງ ຢູ່ປະເທດຣັດເຊຍ ໄດ້ກໍ່ເຫດໃຊ້ລົດຈົກ ຫລື ລົດແມັກໂຄຂະໜາດໃຫຍ່ ທຸບທຳເຮືອບິນໂດຍສານຂະໜາດນ້ອຍ ຂອງສາຍການບິນ ຢູທີແອຣ໌ (UTair) ຊຶ່ງເປັນສາຍການບັນສັນຊາດຣັດເຊຍ ຈົນພັງເສຍຫາຍ ໂດຍທີ່ບໍ່ທັນຮູ້ສາເຫດທີ່ຊັດເຈນ, ແນວໃດກໍຕາມ ສື່ຕ່າງປະເທດໄດ້ລາຍງານເບື້ອງຕົ້ນວ່າ ຜູ້ກ່ຽວກໍ່ເຫດດັ່ງກ່າວນີ້ ເນື່ອງຈາກຄັບແຄ້ນໃຈ ທີ່ຖືກໄລ່ອອກຈາກການເປັນພະນັກງານ ຂອງສາຍການບິນຢູທີແອຣ໌.

ແນວໃດກໍຕາມ ມີບາງພາກສ່ວນໄດ້ສະແດງຄວາມເຫັນວ່າ ນີ້ເປັນພຽງການທຳລາຍເຮືອບິນເກົ່າ ທີ່ໃຊ້ການບໍ່ໄດ້ ຂອງສາຍການບິນດັ່ງກ່າວເທົ່ານັ້ນ ຊຶ່ງຍັງບໍ່ທັນມີຄຳຖະແຫລງຢ່າງເປັນທາງການ ຈາກເຈົ້າໜ້າທີ່ຂອງຢູທີແອຣ໌ເທື່ອ.

 
https://www.youtube.com/watch?v=Hf64S_kmOWM

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...