spot_img
Homeຂ່າວພາຍ​ໃນເຊກອງກຽມຈົດທະບຽນຖິ່ນກໍາເນີດໂສມດາກຈຶງ

ເຊກອງກຽມຈົດທະບຽນຖິ່ນກໍາເນີດໂສມດາກຈຶງ

Published on

ຂະແໜງການທີ່ກ່ຽວຂ້ອງຂອງແຂວງເຊກອງກຳລັງປຶກສາຫາລືກັນເພື່ອວາງແຜນ ແລະ ກະກຽມຈົດທະບຽນຖິ່ນກໍາເນີດໂສມຈາກເມືອງດາກຈຶງ ເພື່ອເປັນການປົກປ້ອງຖິ່ນກໍາເນີດໂສມໃຫ້ແກ່ຜູ້ຜະລິດ ແລະ ຜູ້ປະກອບການໂສມດາກຈຶງ ແນໃສ່ໃຫ້ຂະແໜງການທ້ອງຖິ່ນ ແລະຜູ້ຜະລິດ, ຜູ້ປະກອບການເຫັນໄດ້ຄວາມສໍາຄັນ ແລະ ຜົນປະໂຫຍດຈາກການປົກປ້ອງຖິ່ນກໍາເນີດໂສມ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດ ລວມທັງການນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນຂະບວນການຜະລິດ.

ຂະນະທີ່ຄະນະຮັບຜິດຊອບທີ່ກ່ຽວຂ້ອງໄດ້ນໍາສະເໜີວຽກງານສໍາຄັນຕ່າງໆ ເປັນຕົ້ນແມ່ນນໍາສະເໜີຂັ້ນຕອນການຈົດທະບຽນຖິ່ນກໍາເນີດໃຫ້ຜູ້ຜະລິດ ແລະ ຜູ້ປະກອບການໂສມ, ຂັ້ນຕອນການສ້າງຕັ້ງສະມາຄົມ ເພື່ອກະກຽມຈົດທະບຽນຖິ່ນກໍາເນີດ, ແຕ່ງຕັ້ງຄະນະຂົນຂວາຍ ເພື່ອສ້າງຕັ້ງສະມາຄົມສົ່ງເສີມຖິ່ນກໍາເນີດ ທີ່ປະກອບດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ, ການກໍານົດແຜນວຽກໃນຕໍ່ໜ້າ ແລະແບ່ງຄວາມຮັບຜິດ ຊອບຕໍ່ໜ້າວຽກ ເພື່ອແນໃສ່ໃຫ້ແຕ່ລະຂະແໜງການພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະກະກຽມຈົດທະບຽນຖິ່ນກໍາເນີດໂສມ ເມືອງດາກຈຶງ, ແຂວງເຊກອງໃນຕໍ່ໜ້າ.

ກອງປະຊຸມກ່ຽວກັບການກະກຽມຈົດທະບຽນຖິ່ນກໍາເນີດໂສມ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2021 ທີ່ສະໂມສອນແຂວງເຊກອງ ໂດຍການເປັນປະທານຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ມີຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ພ້ອມທ່ານເຈົ້າເມືອງດາກຈຶງ, ຫົວໜ້າ-ຮອງພະແນກ, ຫ້ອງການ, ຜູ້ຜະລິດ-ຜູ້ປະກອບການໂສມ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

ຂໍ້ມູນຈາກ: ໜັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...