ເຈົ້າໜ້າທີ່ໄທ ຍິງປະທະກັບກຸ່ມຂະບວນຂົນສົ່ງຢາເສບຕິດຕາມຊາຍແດນ

0
762

ໃນວັນທີ 7 ທັນວາ ທີ່ຜ່ານມາ ເຈົ້າໜ້າທີ່ທາງຝັ່ງໄທ ຍິງປະທະກັບກຸ່ມຂະບວນຂົນສົ່ງຢາເສບຕິດຕາມຊາຍແດນ ຂະນະທີ່ອອກສຳຫຼວດບໍລິເວນປ່າຄາ ທີ່ຈັງວັດຊຽງໃໝ່ ປະເທດໄທ ໃກ້ກັບສາມຫຼ່ຽມຄຳ.

ຂະນະທີ່ອອກສຳຫຼວດ ເຈົ້າໜ້າທີ່ພົບກຸ່ມບຸກຄົນສົງໄສປະມານ 15-20 ຄົນ ຍ່າງລັດເລາະມາຈາກພູມິປະເທດຝັ່ງມຽນມາ ຈຶ່ງໄດ້ສະແດງໂຕ ແລະ ສົ່ງສັນຍານໃຫ້ຢຸດ ເມື່ອກຸ່ມດັ່ງກ່າວເຫັນເຈົ້າໜ້າທີ່ຈຶ່ງໃຊ້ອາວຸດປືນຍິງໃສ່ຝ່າຍເຈົ້າໜ້າທີ່ ຈຶ່ງເກີດມີການປະທະກັນປະມານ 10 ນາທີ ແຕ່ເນື່ອງຈາກເປັນຊ່ວງຄ່ຳ ຢ້ານເກີດອັນຕະລາຍ ຈຶ່ງປິດກັ້ນເຂດນັ້ນໄວ້.

ຈົນເວລາປະມານ 6:00 ໂມງເຊົ້າ ເຈົ້າໜ້າທີ່ຈຶ່ງເຂົ້າກວດສອບ ພົບຝ່າຍກົງຂ້າມເສຍຊີວິດ 15 ຄົນ ກວດຍຶດກະເປົາດັດແປງ ພາຍໃນມີຢາໄອສ໌ 29 ຖົງ ອາວຸດປືນຍາວຄາບິນ 1 ກະບອກ ແລະ ລູກລະເບີດອີກ 1 ລູກ.

ທາງເຈົ້າໜ້າທີ່ສັ່ງກວດສອບບໍລິເວນຈຸດເກີດເຫດຢ່າງເຂັ້ມງວດ ເພາະອາດມີການຂົນສົ່ງຢາເສບຕິດເລື່ອຍໆ.

ແຫຼ່ງຂ່າວ bangkokpost