ເຈົ້າໜ້າທີ່ອີຢິບ ໂຈມຕີລົດນັກທ່ອງທ່ຽວຊາວແມັກຊິກ ເສຍຊີວິດ 12 ຄົນ ຍ້ອນເຂົ້າໃຈຜິດຄິດວ່າກຸ່ມໄອເອັສ!

558000010740901

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກັນຍານີ້ວ່າ ໃນວັນທີ 13 ກັນຍາ ທະຫານ ແລະ ຕຳຫລວດອີຢິບໄດ້ໂຈມຕີລົດນັກທ່ອງທ່ຽວຊາວແມັກຊິກ 4 ຄັນ ດ້ວຍຄວາມເຂົ້າໃຈຜິດ ຄິດວ່າແມ່ນລົດຂອງກຸ່ມກໍ່ການຮ້າຍໄອເອັສ ທີ່ກຳລັງໄລ່ຕິດຕາມຢູ່ ສົ່ງຜົນເຮັດໃຫ້ນັກທ່ອງທ່ຽວຊາວແມັກຊິກ ແລະ ຊາວອີຢິບ ເສຍຊີວິດ 12 ຄົນ ແລະ ບາດເຈັບອີກ 10 ຄົນ.  ແນວໃດກໍຕາມ ເຈົ້າໜ້າທີ່ອີຢິບເປີດເຜີຍວ່າ ພື້ນທີ່ດັ່ງກ່າວນີ້ແມ່ນເປັນເຂດທີ່ຫ້າມສຳລັບນັກທ່ອງທ່ຽວຕ່າງປະເທດ ສ່ວນທາງດ້ານ ປະທານາທິບໍດີ ເອັນຣິເກ ເປນຢາ ເນຍໂຕ ແຫ່ງແມັກຊິກ ໄດ້ຮຽກຮ້ອງໃຫ້ລັດຖະບານອີຢິບເລັ່ງສືບສວນສາເຫດຂອງຄວາມຜິດພາດດັ່ງກ່າວ.