spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ຕຳຫລວດເຜີຍ ບັນຫາຢາເສບຕິດ ຢູ່ນະຄອນຫລວງວຽງຈັນ ມີຄວາມສ່ຽງເພີ່ມຂຶ້ນ

ເຈົ້າໜ້າທີ່ຕຳຫລວດເຜີຍ ບັນຫາຢາເສບຕິດ ຢູ່ນະຄອນຫລວງວຽງຈັນ ມີຄວາມສ່ຽງເພີ່ມຂຶ້ນ

Published on

ທ່ານ ພົນຈັດຕະວາ ຈັນສະແຫວງ ພີນຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານ ນະຄອນຫລວງວຽງຈັນ ໃຫ້ຮູ້ຢູ່ໃນກອງປະຊຸມສະຫລຸບວຽກງານຂອງຕົນ ເມື່ອບໍ່ດົນນີ້ວ່າ: ພຽງ 6 ເດືອນຕົ້ນປີນີ້, ເຈົ້າໜ້າທີ່ ປກສ ສາມາດແກ້ໄຂເປົ້າໝາຍຢາເສບຕິດ ຢູ່ນະຄອນຫລວງວຽງຈັນ ໄດ້ທັງໝົດ 2.224 ຄົນ, ໃນນີ້ເປົ້າໝາຍປະເພດ I ມີ 250 ຄົນ ແລະ ປະເພດ II ມີ 42 ຄົນ ແລະ ສິ່ງນີ້ສະແດງໃຫ້ເຫັນວ່າ ຢາເສບຕິດໄດ້ແຜ່ຫລາຍໃນສັງຄົມ ແລະ ໄດ້ກາຍເປັນໄພຄຸກຄາມຄວາມບໍ່ສະຫງົບສຸກ ແລະ ຄວາມປອດໄພຂອງສັງຄົມ, ກົດໜ່ວງທວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ນຳເອົາຄວາມຫາຍະນະມາສູ່ບຸກຄົນ, ຄອບຄົວ, ສັງຄົມ ພາໃຫ້ເກີດບັນຫາອາດຊະຍາກຳ ແລະ ປາກົດການຫຍໍ້ທໍ້ອື່ນໆ.

ສະນັ້ນ ໃນຕໍ່ໜ້ານີ້ ຈະໄດ້ສຸມໃສ່ຊີ້ນຳຄະນະບັນຊາທຸກຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ນຳໃຊ້ມາດຕະການຕ່າງໆ ເພື່ອແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດຄື: (1). ຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ພະນັກງານ, ນັກຮົບລົງກໍ່ສ້າງຮາກຖານໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ, (2). ສຶກສາອົບຮົມປູກຈິດສຳນຶກ ໃຫ້ປະຊາຊົນທຸກເພດໄວໃຫ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ຮູ້ວິທີປ້ອງກັນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຢາເສບຕິດ, (3). ດຳເນີນວຽກງານເກັບກຳສະຖິຕິ ຂຶ້ນບັນຊີເປົ້າໝາຍທີ່ເຄີຍຖືກຄຸກ,ປ່ອຍຕົວ, ດັດສ້າງໃຫ້ລະອຽດ ເພື່ອຕິດຕາມ, ສຶກສາອົບຮົມ ແລະ ແກ້ໄຂຢ່າງທັນການ, (4). ປຸກລະດົມທຸກພາກສ່ວນ ເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຖືເປັນພັນທະໜ້າທີ່ລວມຂອງໝົດທຸກຄົນໃນສັງຄົມ ໂດຍສະເພາະເປັນຫູ-ເປັນຕາຊ່ວຍເຈົ້າໜ້າທີ່ ໂດຍບໍ່ໃຫ້ຖືວ່າການແກ້ໄຂບັນຫາດັ່ງກ່າວ ເປັນວຽກຂອງເຈົ້າໜ້າທີ່ຕຳຫລວດຝ່າຍດຽວ. ພ້ອມນີ້ ຜູ້ທີ່ຕົກເປັນທາດຢາເສບຕິດບໍ່ຮ້າຍແຮງ ແມ່ນຕ້ອງສຶກສາອົບຮົມ ແລະ ໃຫ້ອຳນາດການປົກຄອງຕິດຕາມເປັນໄລຍະ, ສ່ວນຜູ້ຕິດຮ້າຍແຮງ ຕ້ອງໃຊ້ມາດຕະການບັງຄັບສົ່ງໄປບຳບັດປິ່ນປົວ ເພື່ອໃຫ້ກາຍເປັນພົນລະເມືອງດີ. ຄຽງຄູ່ກັນນັ້ນ ກໍນຳໃຊ້ມາດຕະການທາງດ້ານລະບຽບກົດໝາຍ ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດລາຍຍ່ອຍ ແລະ ລາຍໃຫຍ່ໃຫ້ໝົດໄປຢ່າງຂາດຕົວ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...