ເຈົ້າໜ້າທີ່ດ່ານພາສີສາກົນນ້ຳພາວ ຊີ້ແຈງການເກັບພາສີ ແລະ ຄ່າທຳນຽມຄົນເຂົ້າ-ອອກເມືອງ

 ທ່ານ ທົດສະກອນ ສຸພາສິດ ຮອງຫົວໜ້າ ດ່ານພາສີສາກົນນ້ຳພາວ ​ເມືອງ​ຄຳ​ເກີດ ແຂວງບໍລິຄຳໄຊ ໄດ້ໃຫ້ຄຳຊີ້ແຈງ ກ່ຽວກັບຂໍ້ຂ້ອງໃຈ ຂອງປະ​ຊາ​ຊົນແຂວງ​ບໍ​ລິ​ຄຳ​ໄຊ ສະ​ເໜີ ​ໃຫ້ລົງ​ກວດ​ກາ ແລະ ມີ​ມາດ​ຕະ​ການແກ້​ໄຂ ​ຕໍ່​ກັບປາ​ກົດ​ການ​ສໍ້​ລາດ​ບັງ​ຫລວງ ​ຢູ່​ດ່ານ​ພາ​ສີ​​ນ້ຳ​ພາວ ແລະ ການ​ເກັບ​ຄ່າ​ທຳ​ນຽມຈາກ​ຄົນ​ເຂົ້າ-ອອກ​ດ່ານ ຄວນໃຫ້​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ, ​ແຕ່ປະກົດ​ວ່າຂະ​ແໜງ​ພາ​ສີ​ເກັບ ແລະ ຕຳຫລວດກວດ​ຄົນ​ເຂົ້າ​ເມືອງ​ ກໍ​ຍັງ​ເກັບ​ຕື່ມນັ້ນ,  ແມ່ນເກັບຄ່າທຳນຽມຄ່າ ບູລະນະດ່ານ ໂດຍອີງຕາມທິດຊີ້ນຳຂອງແຂວງ ​ເຊິ່ງເປັນການເກັບຄ່າທຳນຽມ ນອກ ຈາກດ່ານພາສີສາກົນ ເພາະການເກັບຄ່າທຳນຽມຄົນເຂົ້າ-ອອກແຕ່ລະຄັ້ງ ແມ່ນທາງເຈົ້າໜ້າທີ່ພາສີ ເປັນຜູ້ຈີກປີ້ຄ່າທຳນຽມແລ້ວ ໄປຈ່າຍເງິນໃຫ້ຄັງເງິນ ເຊິ່ງເປັນການບໍລິ ການຜ່ານປະຕູດຽວ.

ທ່ານ ທົດສະກອນ ສຸພາສິດ ກ່າວວ່າ: ໃນໄລຍະຜ່ານມາ ເຈົ້າໜ້າທີ່ພາສີປະຈຳດ່ານສາກົນນ້ຳພາວ ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດ ໜ້າທີ່ວິຊາສະເພາະ ຕາມລະບຽບກົດໝາຍ ໂດຍສະເພາະແມ່ນອີງໃສ່ລັດຖະບັດຍັດເລກທີ 03 ຂອງປະທານປະເທດ ໃນການເກັບຄ່າທຳນຽມພາຫະນະຄົນເຂົ້າ-ອອກດ່ານ ແລະ ໄດ້ປະຕິບັດຖືກຕ້ອງຕາມຂັ້ນຕອນທຸກ​ດ້ານ. ສຳລັບຫາງສຽງສັງຄົມ ທີ່ໂທຜ່ານເຂົ້າສາຍດ່ວນກະຊວງການເງິນ 1519 ວ່າມີການ​ເກັບ​ຄ່າ​ທຳ​ນຽມນັ້ນ ຂໍ​ໃຫ້​ເຂົ້າ​ໃຈ​ຕາມ​ການ​ຊີ້​ແຈງ​ຂ້າງ​ເທິງ.

ສຳລັບລາຄາການເກັບພາສີ ພາຫະນະຂາເຂົ້າ-ຂາອອກປະເທດມີດັ່ງນີ້: ລົດເກັງ, ລົດຈິບ, ລົດກະບະ ວັນຈັນຫາວັນສຸກເກັບ 30.000 ກີບ, ສະເພາະວັນເສົາ-ອາທິດ ເກັບ 70.000 ກີບ, ລົດໂດຍ ສານ 7 ບ່ອນນນັ່ງລົງມາ, ລົດບັນທຸກ 6 ລໍ້ ວັນຈັນ-ສຸກ ເກັບ 55.000 ກີບ, ວັນເສົາ-ອາທິດເກັບ 95.000 ກີບ, ລົດໂດຍສານ 8-25 ບ່ອນນັ່ງ, ລົດບັນທຸກ 10-12 ລໍ້ ວັນຈັນ-ສຸກ ເກັບ 85.000 ກີບ, ວັນເສົາ-ອາທິດເກັບ 125.000 ກີບ, ລົດໂດຍສານຫລາຍກວ່າ 26 ບ່ອນນັ່ງ ວັນຈັນ-ສຸກ ເກັບ 155.000 ກີບ, ວັນເສົາ-ອາທິດ ເກັບ 195.000 ກີບ, ລົດບັນທຸກ 18 ລໍ້, ລົດລາກ ວັນຈັນ-ສຸກ ເກັບ 170.000 ກີບ, ວັນເສົາ-ອາທິດ ເກັບ 210.000 ກີບ.

ສຳລຳຄ່າທຳນຽມ ຄົນແຈ້ງເຂົ້າປະເທດຄົນຕ່າງປະເທດໃຊ້ພັດສະປອດ ວັນຈັນ-ສຸກ 7.000 ກີບ, ວັນເສົາ-ອາທິດເກັບ 17.000 ກີບ, ຄົນຕ່າງປະເທດໃຊ້ໃບຜ່ານແດນ ວັນຈັນ-ສຸກ 17.000 ກີບ, ວັນເສົາ-ອາທິດ 27.000 ກີບ, ສໍາລັບຄົນລາວ ວັນຈັນ-ສຸກ ແມ່ນບໍ່ໄດ້ເກັບ, ແຕ່ສະເພາະວັນເສົາ-ອາທິດຈະເກັບ 10.000 ກີບ. ສ່ວນການເກັບຄ່າທໍານຽມ ຄົນແຈ້ງອອກຕ່າງປະເທດ ສຳລັບຄົນລາວໃຊ້ພັດສະປອດ ວັນຈັນ-ສຸກ 5.000 ກີບ, ວັນເສົາ-ອາທິດ 7.000 ກີບ, ຄົນລາວໃຊ້ໃບຜ່ານແດນ ວັນຈັນ-ສຸກ 15.000 ກີບ, ວັນເສົາ-ອາທິດ 25.000 ກີບ, ຄົນລາວ​ໄປຕ່າງປະເທດ ວັນຈັນ-ສຸກ ແມ່ນບໍ່ໄດ້ເກັບ, ແຕ່ສະເພາະວັນເສົາ-ອາທິດ ຈະເກັບ 10.000 ກີບ.

ແນວໃດກໍຕາມ ເພື່ອຫລີກລ້ຽງຫາງສຽງຈົ່ມວ່າ ຂອງສັງຄົມ ກ່ຽວກັບການເກັບຄ່າທຳນຽມຄົນເຂົ້າ-ອອກດ່ານ ພາສີສາກົນນ້ຳພາວ ໃນຕໍ່ໜ້າຈະໄດ້ເຂັ້ມງວດກວດກາ ໃນການຈີກປີ້ ແລະ ມີການໂຄສະນາ ເຜີຍແຜ່ໃຫ້ແກ່ຜູ້ທີ່ເຂົ້າ-ອອກ ຮັບຮູ້ເຂົ້າໃຈ ກ່ຽວກັບການເກັບຄ່າທຳນຽມ ແລະ ຈະໄດ້ມີການປະສານສົມ ທົບປຶກສາຫາລືກັບຄະນະນຳດ່ານ ເພື່ອຫາວິທີ ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ສອດຄ່ອງ ແລະ ຖືກລະບຽບຫລັກການ, ທັງນີ້ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ ວິຊາສະເພາະ ຂອງພະນັກງານພາສີ ປະ ຈຳດ່ານເຄື່ອນໄຫວວຽກງານຢ່າງເປັນປົກກະຕິ ແລະ ໃຫ້ມີປະສິດຜົນຂຶ້ນ.

 

ແຫລ່ງຂ່າວ-ພາບ: ກະຊວງການເງິນ