Homeຂ່າວທ້ອງຖິ່ນກະຊວງ​ການ​ເງິນ​​ວາງຄາດໝາຍ​ໝົດ​ປີ 2017 ​ການ​ເກັບ​ລາຍ​ຮັບ​ໃຫ້​ບັນລຸ 23.489 ຕື້​ກີບ

ກະຊວງ​ການ​ເງິນ​​ວາງຄາດໝາຍ​ໝົດ​ປີ 2017 ​ການ​ເກັບ​ລາຍ​ຮັບ​ໃຫ້​ບັນລຸ 23.489 ຕື້​ກີບ

Published on

ລັດຖະບານ ກໍ​ຄື​ ກະຊວງ​ການ​ເງິນ​ໄດ້​ວາງຄາດໝາຍ​ໝົດ​ປີ 2017 ​ການ​ເກັບ​ລາຍ​ຮັບ​ໃຫ້​ບັນລຸ 23.489 ຕື້​ກີບ​, ເທົ່າ​ກັບ 98,1% ຂອງ​ແຜນການ​ປີ. ສ່ວນ​ລາຍ​ຈ່າຍ​ຄາດ​ການ​ປະຕິບັດ​ປະມານ 31.508 ຕື້​ກີບ. ຂະນະ​ທີ່​ 6 ​ເດືອນ​ຕົ້ນ​ປີ 2017 ນີ້ ປະຕິບັດ​ລາຍ​ຮັບ​ໄດ້​ແລ້ວ 10.365 ກວ່າ​ຕື້​ກີບ, ​ເທົ່າ​ກັບ 43,29% ຂອງ​ແຜນການ​ປີ, ​ໃນ​ນັ້ນລາຍ​ຮັບພາຍ​ໃນ 9.446 ຕື້​ກວ່າ​ກີບ, ຢູ່​ສູນ​ກາງ​ປະຕິບັດ​ໄດ້ 7.491 ຕື້​ກວ່າ​ກີບ, ທ້ອງ​ຖິ່ນ​ປະຕິບັດ​ໄດ້ 1.954 ຕື້​ກວ່າ​ກີບ. ສ່ວນ​ລາຍ​ຈ່າຍ​ປະ​ຕິ​ບັດ​ໄດ້ 12.615 ກວ່າ​ຕື້​ກີບ, ຢູ່​ສູນ​ກາງ 8.394 ຕື້​ກວ່າ​ກີບ ​ແລະ ທ້ອງ​ຖິ່ນ 4.221 ຕື້​ກວ່າ​ກີບ.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີີ ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ລາຍ​ງານ​​ໃນ​ໂອ ກາດ​ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 4 ຂອງສະພາ​ແຫ່ງ​ຊາດຊຸດ​ທີ VIII ​ໃນ​ວັນ​ທີ 16 ຕຸລາ 2017 ນີ້ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ງົບປະມານ 6 ​ເດືອນ​ຕົ້ນ​ປີ, ຄາດ​ຄະ​ເນ​ໝົດ​ປີ 2017 ​ແລະ ທິດ​ທາງ​ຄາດໝາຍ​ແຜນ​ງົບປະມານ​ແຫ່ງ​ລັດ ​ປະ​ຈໍາປີ 2018 ວ່າ: ລັດ​ຖະບານຈະ​ສູ້​ຊົນ​ໃຫ້​ສາມາດ​ຈັດ​ເກັບ​ລາຍ​ຮັບ​ໝົດ​ປີ 2017 ​ໃຫ້​ໄດ້​ຕາມ​ຄາດ​ຄະ​​ເນ, ດໍາ​ເນີນ​ມາດ​ຕະການ​ທາງ​ດ້ານລາຍ​ຈ່າຍ​ ໃຫ້​ມີ​ຄວາມ​ຮັດ​ກຸມ ​ແລະ ​ເອົາ​ໃຈ​ໃສ່​ ການ​ປະຕິບັດ​ນະ​ໂຍບາຍ​ປະ​ຢັດ​ມັດທະ​ຍັດ ​ໃຫ້​ເປັນ​ຮູບ​ປະ​ທໍາ, ພ້ອມ​ທັງ​ລະດົມ​ທຶນ​ເພື່ອ​ມາ​ດຸ່ນດ່ຽງ​ງົບປະມານ​ ໃຫ້​ພຽງພໍ​ ຈາກ​ບັນດາ​ແຫ​ລ່ງທຶນ​ຕ່າງໆ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ​ນັ້ນ​ລາຍ​ຮັບ​ໝົດ​ປີ​ ຄາດ​ວ່າ​ຈະ​ໄດ້​ຈາກ​ລາຍ​ຮັບ​ການ​ຊ່ວຍ​ເຫລືອ​ລ້າ103% ຂອງ​ແຜນການ​ປີ ​ແລະ ລາຍ​ຮັບ​ພາຍ​ໃນ 97,5%. ສໍາລັບ​ລາຍ​ຮັບ​​ຈະ​ໄດ້ຈາກ​ຂະ​ແໜງ ສ່ວຍ​ສາ​ອາກອນ 95%, ພາສີຈະ​ໃຫ້​ໄດ້ 100%, ຄຸ່​ມຄອງ​, ພັດທະນາລັດ​ວິ​ສາ​ຫະກິດ ​ແລະ ປະກັນ​ໄພ 103%, ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ 95% ​ລາຍ​ຮັບ​ຈາກ​ຂະ​ແໜງ​ການ​ອື່ນໆ​ ໃຫ້​ໄດ້ 49 ຕື້​ກວ່າ​ກີບ.

ທ່ານ​ ສົມ​ດີ ດວງ​ດີ ກ່າວ​ຕື່ມ​ວ່າ: ສໍາລັບ​ແຜນ​ການ​ງົບປະມານປີ 2018 ລັດຖະບານ​ ຈະ​ສູ້​ຊົນ​ໃຫ້​ໄດ້​ຕໍ່າ​ສຸດ 25.452 ຕື້​ກີບ ທຽບ​ໃສ່​ແຜນການ​ປີ 2017 ​ເພີ່ມ​ຂຶ້​ນ 6,31%, ​ໃນ​ນີ້​ຢູ່ສູນ​ກາງ​ໃຫ້​ໄດ້ 20.475 ຕື້​ກີບ ​ເພີ່ມ​ຂຶ້ນ 5,3% ​ແລະ ທ້ອງ​ຖິ່ນ 4.977 ຕື້​ກີບ ​ເພີ່ມ​ຂຶ້ນ 10,26%, ສ່ວນ​ລາຍ​ຈ່າຍ​ ຈະ​ໃຫ້​ຢູ່​​ໃນລະດັບ 32.809 ຕື້​ກີບ.

ແຫລ່ງຂ່າວ: ຂັນ​ໄຊ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...